Archive for ເດືອນຕຸລາ 7th, 2009

ເພື່ອນຕ່າງຊາດ My beautiful E Class

DSCF0034DSCF0036

ພວກເຮົາມາຈາກຫລາຍປະເທດໃນນັ້ນມີລາວຢູ່ສອງຄົນຄື (ອະທິບາຍຮູບທີ່ຖ່າຍນຳກັນ 7 ຄົນ)

  1. ຍິງທີ່ໃສ່ເສື້ອສີແດງຢູ່ທາງຊ້າຍສຸດ ຜົມດຳແມ່ນ ລາວເຮົາເອງ ແຕ່ເປັນລາວຢູ່ເຂດເໜືອສຸດ ຊັ້ນສູງ ຫລື ລາວສູງນັ້ນເອງມີຊື່ສຽງລຽງນາມວ່າ ນາງ ຢຽວ.
  2. ສ່ວນຄົນທີ່ໃສ່ເສື້ອແຈັກເກັດສີຂາວ ເສື້ອໃນລາຍກ່ານນັ້ນກໍ່ຄືຂ້າພະເຈົ້າເອງ ນ່ອຍນ້ອຍ.
  3. ຍິງທີ່ນັ່ງເອົາແຂນກ່າຍໂຕະໃນເສື້ອແຈັກແກັດສີຟ້າອ່ອນ ແມ່ນມາຈາກບ້ານໃກ້ເຮືອນຄຽງອາເມລິກາ ແມ່ນຊາວແມັກຊິກັນ ເຊິ່ງເວົ້າພາສາ ສະເປນນິສ ເຊິ່ງເພິ່ນມີນາມວ່າ ຍ່ານາງ ອີວອນ ເຮົາເອງກໍ່ເລີ່ມຮຽນພາສາສະເປນເລັກນ້ອຍຈາກພວກເຂົາ ແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ
  4. ຍິງເສື້ອແດງຂ້າງຫຼັງສຸດທີ່ມີຜົມສີທອງນັ້ນແມ່ນ ຊາວອີຣານ ຊຶ່ງເຂົ້າມາສືບການເຄື່ອນໄຫວຂອງເມກາ ຮາຮາໆໆໆ ເວົ້າຫລີ້ນ ລາວເປັນຄົນທີ່ໃຈດີຫລາຍ ລາວເອົາແອັບເປີ້ນມາໃຫ້ໜູ່ໃນຫ້ອງກິນທຸກມື້ບໍ່ມີຂາດ ບ້ານຂອງເພິ່ນມີຕົ້ນໝາກແອັບເປີ້ນຫັ້ນນາ ເພິ່ນມີຊື່ວ່າ ຍ່ານາງ ໂຫມາ.
  5. ຍິງທີ່ຍີ້ມໃສ່ກ້ອງໃນຊູດສີດຳຖັດມາ ຫລື ຢືນຢູ່ທາງກາງໝູ່ ປົກຄໍເສື້ອສີຂາວນັ້ນແມ່ນເອື້ອຍນ້ອງຫວຽດນາມເພື່ອນບ້ານເຮົາເອງ ມີຊື່ວ່າ ນາງ ມີ່ນ ເພິ່ນຄົນນີ້ແຫລະທີ່ທັກທ້ວງຂ້ອຍໃນມື້ເລີ່ມຮຽນມື້ແລກວ່າ ຂ້ອຍເປັນເອື້ອຍນ້ອງຫວຽດນາມຄືເພິ່ນ ແລະຂ້ອຍກໍ່ແນະນຳຕົວວ່າມາແຕ່ ປະເທດລາວ ເພິ່ນກໍ່ເວົ້າວ່າ ເພິ່ນບໍ່ຄິດວ່າຂ້ອຍເປັນຄົນລາວເລີຍ ວ່າຂ້ອຍເປັນຄົນຫວຽດ ເພິ່ນຄົນນີ້ກໍ່ຫາກໍ່ມາຢູ່ນີ້ໄດ້ 6 ເດືອນມີລູກຊາຍ 1 ຄົນອາຍຸໄດ້ 18 ປິພໍດີ.
  6. ຕໍ່ມາແມ່ນຍິງຮ່າງສູງເສື້ອສີດຳ ຜົມຫລາຍໆຢຶນຢູ່ຂວາມືນັ້ນແມ່ນຊາວອິນເດຍ ມີຊື່ວ່າ ນາງ ແມັກ ລາວເປັນຄົນແນະນຳໃຫ້ຂ້ອຍໄປສະໝັກວຽກທີ່ລາວກຳລັງເຮັດຢຸ່ ບໍລິສັດທີ່ຂ້ອຍລໍຖ້າຄຳຕອບຢູ່ວ່າ ຈະຈ້າງ ຫຼື ບໍ່ຈ້າງງານຂ້ອຍ.
  7. ຄົນສຸດທ້າຍຂວາມືສຸດໃນເສື້ອແລ້ນສີຄີມອ່ອນນັ້ນແມ່ນ ຊາວຈີນເຊີ່ງມີໂສມຍານາມວ່າ ນາງ ຈວນ ທ່ານຜູ້ນີ້ເປັນຍັງອາຈານສອນພາສາຈີນໃຫ້ແກ່ ເດັກນ້ອຍ ອິກດ້ວຍ ແຖມກໍ່ຍັງສອນພາສາຈີນທີ່ໃຊ້ໃນຊີວິດປະຈຳວັນໃຫ້ຂ້ອຍອີກ ໂອ້ຍດີເດະ ໄດ້ຮຽນຮຸ້ຫລາຍໆໆ ວັດທະນະທຳໄປພ້ອມໆໆກັນ.
  • ແຕ່ບໍ່ໝົດພຽງເທົ່ານີ້ເພື່ອນຮ່ວມຫ້ອງຂອງຂ້ອຍ ຍັງມີອີກຫລາຍທ່ານຢູ່ເຊິ່ງມາຈາກຫລາຍປະເທດ ແລ້ວໂອກາດໜ້າຈະເອົາມາແນະນຳໃຫ້ພີ່ນ້ອງໄດ້ຮູ້ຈັກ ເອົາເປັນວ່າຮູ້ເທົ່ານີ້ໄປກ່ອນເນາະ.