ວຽກໆໆໆ ເງິນໆໆ ຮາາາາ ຢາກໄດ້


ບໍ່ໄດ້ເຂົ້າມາຂຽນໄດອາຣີ່ຕັ້ງຫລາຍມື້ ເພາະວ່າຫຍຸ້ງໆແດ່ຊັ້ນດອກ ຂ້ອຍສະໝັກວຽກຢູ່ອອນລາຍ ແລ້ວເຂົາເຈົ້າກໍ່ເລີຍຮ້ອງ ເຂົ້າໄປສຳພາດ ເທື່ອທຳອິດທີ່ໄປ ເຂົາກໍ່ໃຫ້ຂ້ອຍກອກແບບຟອມ ແລ້ວລະກໍ່ໃຫ້ເສັງກ່ຽວກັບຕົວເລກ ຄື ເຂົາຢາກວັດສາຍ ຕາ ຄວາມໄວ ແລະ ຄວາມແມ້ນຢຳຂອງເຮົາ 10 ຂໍ້ຕໍ່ 1 ນາທີ ເຮັດທັງໝົດ 30 ຂໍ້ ເມື່ອເຮັດແລ້ວເຂົາກໍ່ໃຫ້ກັບບ້ານໄດ້ ແຕ່ເຂົາກໍ່ສົ່ງຂໍ້ສອບມາໃຫ້ເຮັດອີກຜ່ານອີເມວລວມທັງໝົດ 3 ຫົວຂໍ້ໃຫ່ຍ ມັນກໍ່ຄືກັນກັບບົດສອບທີ່ທຳອິດນັ້ນແຫລະ ມີທັງໝົດ150 ຂໍ້ ຂ້ອຍເຮັດເວລາໄດ້ 15 ນາທີ ແລ້ວເຂົາກໍ່ນັດໃຫ້ໄປສຳພາດມື້ຕໍ່ມາອີກ ຮອດມື້ຂ້ອຍກໍ່ໄປອີກ ແຕ່ທາງບໍລິສັດມີກົດ ລະບຽບໃນການນຸ່ງຖື ພຽງແຕ່ມື້ທີ່ສອງຂອງການສຳພາດ ຂ້ອຍກໍ່ສ້າງຄວາມບໍ່ປະທັບໃຈ ໃຫ້ແກ່ນາຍຈ້າງແລ້ວ ໂດຍການນຸ່ງ ເຄື່ອງບໍ່ຖືກລະບຽບທີ່ໄດ້ວາງອອກ ກໍ່ໂດນເລີຍເພາະວ່າ ເຂົາໃຫ້ຖອດເສື້ອແຈັກເກັດອອກ ໃຫ້ໃສ່ແຕ່ເສື້ອເຊີດສີດຳ ຫຼື ສີເທົາ ຂ້ອຍພັດໄປໃສ່ເສື້ອແຂນກີ້ນ ເວນລະຂ້ອຍ ຖືກຮ້ອງເຂົ້າໄປຫ້ອງສອງຕໍ່ສອງອີກ ເຂົາກໍ່ເວົ້າໃຫ້ຂ້ອຍວ່າຂ້ອຍໃສ່ອັນນີ້ ກໍ່ບໍ່ຖືກອັນນັ້ນກໍ່ບໍ່ຖືກ ເຂົາໃຫ້ໂອກາດໃຫ້ຂ້ອຍມາສຳພາດອີກໃນຕອນແລງຂອງວັນນັ້ນ ທີ່ເຂົາໃຫ້ກໍ່ຍ້ອນວ່າ ຂ້ອຍເຮັດ ຂໍ້ສອບໄດ້ດີ ໄດ້ໄປອີກຕອນແລງ ຂ້ອຍກະດາຍ ໄປແລ້ວເຂົາກໍ່ໃຫ້ອ່ານກົດລະບຽບອີກ ແລ້ວກໍ່ພາໄປທົ່ວເບິ່ງວ່າ ຂັ້ນຕອນ ການເຮັດວຽກນັ້ນມີຫຍັງແດ່ ເຂົາກໍ່ອະທິບາຍໄປພ້ອມ ເວົ້າກໍ່ໄວໆໆໆ ເຂົ້າໃຈພຽງແຕ່ 40 ເປີເຊັນນີ້ແຫລະ ທົວແລ້ວໆກໍ່ເຖິງ ຂັ້ນຕອນການສຳພາດ ເຂົາກໍ່ຖາມວ່າຂ້ອຍຢາກເຮັດຕອນໃດ ຂ້ອຍກໍ່ຕອບໄປວ່າຢາກເຮັດຕອນ 2ໂມງ 30 ຮອດ 6ໂມງ 30 ແລ້ວເຂົາກໍ່ເວົ້າວ່າທຸກວັນນີ້ເຂົາເລີ່ມວຽກຕອນ 12 ໂມງລະຂ້ອຍກໍ່ບອກໄປວ່າຂ້ອຍມີຮຽນ ເຂົາກໍ່ບອກໃຫ້ຂ້ອຍໄປປຶກ ສາກັບ ພະນັກງານທີ່ຮັບຜິດຊອບຕອນບ່າຍ ຂ້ອຍກໍ່ໂທໄປລະກໍ່ບໍ່ມີໃຜຮັບສາຍ ກໍ່ເລີຍຝາກຂໍ້ຄວາມໄວ້ ກໍ່ຍັງບໍ່ມີຄົນຕິດຕໍ່ກັບ ຄືນມາປານນີ້ ຈັກຊິໄດ້ເຮັດບໍ່ບຸນິວຽກນີ້ກະດາຍ ກໍ່ໄດ້ລໍຖ້າໄປອີກຈັ່ງຊີ້ນີ້ແຫລະນ້ອຍເອີຍ.. ຖ້າໄດ້ເຮັດວຽກກໍ່ພໍຊິໄດ້ທ້ອນເງິນ ເລັກນ້ອຍໄວ້ເມື່ອລາວວວວວບ້ານຂ້ອຍ ຄິດຮອດເດ ບໍ່ໄດ້ໄປບຸນຊ່ວງເຮືອຊ້ຳປີນີ້ ຈັກອີກດົນປານໃດຄ່ອຍຊິໄດ້ໄປນີ້ເນາະ.

One response to this post.

  1. ຮ່ະ ຮ່ະ ຮ່ະ ສ້າງຄວາມປະທັບໃຈຄືກັນເນາະມຶງ 555.
    ຄິດວ່າມີແຕ່ກູສັນເດາະ ທີ່ເຮັດບໍ່ເຂົ້າເລື່ອງ.

    ບຸນຊ່ວງເຮືອຜ່ານໄປໄວປານສາຍລົມ *-*/
    ປີນີ້ໂຄດມ່ວນເລີຍ,ກູເຮັດກິນຢູ່ບ້ານກູ,ຫມູ່ກຸມາກິນເຕັ້ມ,ເມົາຯຯຯ

    ຕອບກັບ

ໃຫ້ຄວາມເຫັນ