Archive for the ‘ສາຍຈາກທາງໄກ’ Category

ລະດູໃບໄມ້ຫຼົ່ນ

Autumn in My heart (Fall) ມື້ນີ້ກໍ່ເຂົ້າລະດູໃບໄມ້ຫຼົ່ນແລ້ວກົງກັບວັນທີ 22 ກັນຍາ 2009. ນອນກຳລັງແຊບໆອ້າຍຂອງຂ້ອຍກໍ່ມາປຸກໃຫ້ໄປນອນເບິ່ງຫຼານສອງຄົນ ຂ້ອຍກໍ່ໄປນອນກັບພວກເຂົາ ພໍຮູ້ເມື່ອຂຶ້ນມາອີກເທື່ອໜຶ່ງກໍ່ໃກ້ເວລາເຂົ້າຮຽນແລ້ວ ຂ້ອຍກໍ່ຟ້າວລຸກຂຶ້ນໄປລ້າງໝ້າ ລ້າງຕາ ແຕ່ບໍ່ໄດ້ອາບນ້ຳ ເພາະມັນບໍ່ທັນແລ້ວ ກໍ່ຂ້ຽວໄປແຕ່ງຕົວນຸ່ງເຄື່ອງ ຫອບກະເປົາແລ່ນອອກຈາກບ້ານ ທັນທີທັນໃດຂ້ອຍກໍ່ຮູ້ສຶກວ່າໄດ້ສຳພັດກັບອາກາດຂອງລະດູການໃໝ່ຢ່າງແທ້ຈິງ ມັນມີກິ່ນອາຍຂອງຄວາມທີ່ເປັນອາກາດທີ່ບໍລິສຸດ ແລະ ກໍ່ມີໃບໄມ້ທີ່ໂປຍປິວໄປທົ່ວທຸກຫົນແຫ່ງ ເໝືອນກັບວ່າກຳລັງລໍຄອຍຖ້າພະເອກມາຫາ ຄືກັບໝັງເກົາຫຼີ ຄິດແລ້ວກໍ່ຍັງຢາກຫົວຂັວນໂຕເອງ ຮິຮິຮິ! ການແຕ່ງຕົວມື້ນີ້ຊ່າງເຂົ້າກັບບັນຍາກາດຂອງລະດູໃບໄມ້ຫຼົ່ນຫຼາຍ ໃສ່ເສື້ອສາຍດ່ຽວສີຂາວ ຄູ່ໄປກັບເສື້ອຄຸມສີບົວອ່ອນສົດໃສ ກັບກະໂປ່ງອິນເດຍບານສະພັດຍາວລາກດິນ ໃສ່ເກີບສີດຳສົ້ນສູງ ຈິດໃຈໃນເຊົ້ານີ້ແຈ່ມໃສດີ ແຕ່ພໍຫຼັງຈາກເລີກຮຽນ ກັບມາບ້ານກໍ່ໄດ້ຍິນສຽງໂທລະສັບດັງກິ່ງໆໆໆໆ ຢູ່ຫຼາຍຄັ້ງ ກໍ່ເລີຍມາຮັບສາຍ ປາກົດວ່າເປັນສາຍມາຈາກທາງໄກ ລົມກັນໄປຊົ່ວໄລຍະໜຶ່ງກໍ່ເກີດຄວາມຕຶງຄຽດຂື້ນລະຫວ່າງຄູ່ສົນທະນາ ມັນເຮັດໃຫ້ຂ້ອຍຮູ້ສຶກເສົ້າໃຈ ສູນເສຍ ປວດລ້າວ ຂ້ອຍກໍ່ເລີຍບອກຊາຍໃນສາຍຄົນນັ້ນ ວ່າຢ່າໄດ້ຕິດຕໍ່ພົວພັນນຳຂ້ອຍອີກ ຂ້ອຍບໍ່ຮູ້ ແລະ ບໍ່ແນ່ໃຈວ່າສິ່ງທີ່ຂ້ອຍໄດ້ເວົ້າອອກໄປນັ້ນມັນຈະເຮັດໃຫ້ຂ້ອຍດີຂຶ້ນບໍ່ ຫຼື ຈະມີວິທີໃດທີ່ດີກວ່ານີ້ບໍ່ ທີ່ຈະເຮັດໃຫ້ຂ້ອຍສາມາດລົມນຳຊາຍຄົນນີ້ໄດ້ໂດຍບໍ່ຕ້ອງເຈັບປວດ?        

Continue reading »

Follow

Get every new post delivered to your Inbox.