ຄົນສອງຄົນ ຖ້າຮັກກັນກໍ່ຕ້ອງມີຄວາມຊື່ສັດ ເຊື່ອໃຈເຊິ່ງກັນແລະກັນແມ່ນບໍ່ ພີ່ນ້ອງເຫັນດີບໍ່? ການທີ່ຈະເອີ່ຍຄຳວ່າ ຮັກໃຫ້ມີຄວາມໝາຍກໍ່ບໍ່ຄວນເຮັດໃຫ້ມັນສົມກັບວ່າຮັກ ບໍ່ແມ່ນມີແຕ່ຄຳເວົ້າ ແຕ່ການກະທຳຊ້ຳພັດແຕກຕ່າງ. ຮັກແທ້ຄືຫຍັງ ມີຢູ່ຈິງບໍ່? ສຳຫຼັບຕົວຂອງຂ້ອຍແລ້ວກໍ່ບໍ່ເຄີຍຜ່ານຮັກມາຫຼາຍຄັ້ງເທົ່າໃດ ຕັ້ງແຕ່ໃຫຍ່ມາຈົນອາຍຸໄດ້ 23 ປີນີ້ ກໍ່ເຄີຍມີຮັກຢູ່ສອງຄັ້ງ ຄັ້ງແລກຕອນທີ່ຂ້ອຍໄດ້ໃຫ້ຮັກເຂົາເຈົ້າໄປກັບເທໄປໃຫ້ໝົດໃຈ ຂ້ອຍບໍ່ເຄີຍລືມຄວາມຊົງຈຳຕ່າງໆທີ່ເຄີຍມີນຳກັນ ມັນກໍ່ເປັນເວລາຫຼາຍປີທີ່ເຮົາສອງຄົນໄດ້ຄົບກັນ ເຖິງວ່າໄລຍະທາງມັນຈະເປັນອຸປະສັກອັນໃຫຍ່ຫລວງກໍ່ຕາມ ແຕ່ຂ້ອຍກໍ່ມີຄວາມເຊື່ອ ແລະຄວາມມຸ່ງໝັ້ນໃນຕົວເຂົາມາຕະຫລອດ ບໍ່ມີວັນປ່ຽນ ແຕ່ດ້ວຍເຫດໃດຈຶ່ງເກີດມີມືທີ່ສາມເຮັດໃຫ້ຮັກຂອງເຮົາຕ້ອງລ້າງລາ ໃນເວລານັ້ນ ຂ້ອຍເຈັບປວດຫລາຍ ມີຫລາຍຄົນກໍ່ຜ່ານເຂົ້າມາແຕ່ກໍ່ບໍ່ໃຜສາມາດເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນມາໄດ້ ຈົນມາວັນໜື່ງຂ້ອຍໄດ້ເຈີະ ກັບຜູ້ຊາຍອີກຄົນເຊິ່ງຊາຍຄົນນັ້ນມີລັກສະນະນິໄສໃຈຄໍຄ້າຍຄືກັບຄົນຮັກເກົ່າ ໃນຕອນທີ່ຢູ່ນຳລາວຂ້ອຍກັບມາມີຄວາມຮູ້ສຶກອີກຄັ້ງ ຂ້ອຍຈຶ່ງຕັດສິນໃຈຄົບກັບຊາຍຄົນນີ້ໃນຕໍ່ມາ ໃນແລກໆຂ້ອຍກໍ່ບໍ່ໄດ້ຄິດຫຍັງຫລາຍກັບລາວ ແຕ່ໃນລະຫວ່າງທີ່ຂ້ອຍໄດ້ຫ່າງໄກຈາກລາວ ຂ້ອຍຈຶ່ງຮູ້ວ່າ ລາວສຳຄັນກັບຂ້ອຍຫລາຍ ລາວຢູ່ຄຽງຂ້າງຂ້ອຍຢູ່ປະມານ 2 ເດືອນ ແລ້ວລາວກໍ່ປ່ຽນແປງ ຂ້ອຍກັບມາເຈັບແບບເກົ່າອີກແລ້ວ ທີ່ແລກຂ້ອຍກໍ່ຄິດວ່າ ຄົນທີ່ສອງຈະບໍ່ເຮັດໃຫ້ຂ້ອຍຊ້ຳໃຈ ແຕ່ມັນໃຊ້ເວລາພຽງບໍ່ດົນສຳຫລັບຮັກຄັ້ງນີ້ ຂ້ອຍກໍ່ເລີຍບໍ່ຢາກເຊື່ອວ່າມັນຈະມີຮັກແທ້ຫຼົງເຫຼືອຢູ່ໃນໂລກນີ້ ນອກຈາກການຫລອກລວງ.
:(
Archive for the ‘ຄວາມເຈັບປວດ’ Category
23 Sep
ອັນໃດຄືຮັກແທ້?
23 Sep
ລະດູໃບໄມ້ຫຼົ່ນ
Autumn in My heart (Fall) ມື້ນີ້ກໍ່ເຂົ້າລະດູໃບໄມ້ຫຼົ່ນແລ້ວກົງກັບວັນທີ 22 ກັນຍາ 2009. ນອນກຳລັງແຊບໆອ້າຍຂອງຂ້ອຍກໍ່ມາປຸກໃຫ້ໄປນອນເບິ່ງຫຼານສອງຄົນ ຂ້ອຍກໍ່ໄປນອນກັບພວກເຂົາ ພໍຮູ້ເມື່ອຂຶ້ນມາອີກເທື່ອໜຶ່ງກໍ່ໃກ້ເວລາເຂົ້າຮຽນແລ້ວ ຂ້ອຍກໍ່ຟ້າວລຸກຂຶ້ນໄປລ້າງໝ້າ ລ້າງຕາ ແຕ່ບໍ່ໄດ້ອາບນ້ຳ ເພາະມັນບໍ່ທັນແລ້ວ ກໍ່ຂ້ຽວໄປແຕ່ງຕົວນຸ່ງເຄື່ອງ ຫອບກະເປົາແລ່ນອອກຈາກບ້ານ ທັນທີທັນໃດຂ້ອຍກໍ່ຮູ້ສຶກວ່າໄດ້ສຳພັດກັບອາກາດຂອງລະດູການໃໝ່ຢ່າງແທ້ຈິງ ມັນມີກິ່ນອາຍຂອງຄວາມທີ່ເປັນອາກາດທີ່ບໍລິສຸດ ແລະ ກໍ່ມີໃບໄມ້ທີ່ໂປຍປິວໄປທົ່ວທຸກຫົນແຫ່ງ ເໝືອນກັບວ່າກຳລັງລໍຄອຍຖ້າພະເອກມາຫາ ຄືກັບໝັງເກົາຫຼີ ຄິດແລ້ວກໍ່ຍັງຢາກຫົວຂັວນໂຕເອງ ຮິຮິຮິ! ການແຕ່ງຕົວມື້ນີ້ຊ່າງເຂົ້າກັບບັນຍາກາດຂອງລະດູໃບໄມ້ຫຼົ່ນຫຼາຍ ໃສ່ເສື້ອສາຍດ່ຽວສີຂາວ ຄູ່ໄປກັບເສື້ອຄຸມສີບົວອ່ອນສົດໃສ ກັບກະໂປ່ງອິນເດຍບານສະພັດຍາວລາກດິນ ໃສ່ເກີບສີດຳສົ້ນສູງ ຈິດໃຈໃນເຊົ້ານີ້ແຈ່ມໃສດີ ແຕ່ພໍຫຼັງຈາກເລີກຮຽນ ກັບມາບ້ານກໍ່ໄດ້ຍິນສຽງໂທລະສັບດັງກິ່ງໆໆໆໆ ຢູ່ຫຼາຍຄັ້ງ ກໍ່ເລີຍມາຮັບສາຍ ປາກົດວ່າເປັນສາຍມາຈາກທາງໄກ ລົມກັນໄປຊົ່ວໄລຍະໜຶ່ງກໍ່ເກີດຄວາມຕຶງຄຽດຂື້ນລະຫວ່າງຄູ່ສົນທະນາ ມັນເຮັດໃຫ້ຂ້ອຍຮູ້ສຶກເສົ້າໃຈ ສູນເສຍ ປວດລ້າວ ຂ້ອຍກໍ່ເລີຍບອກຊາຍໃນສາຍຄົນນັ້ນ ວ່າຢ່າໄດ້ຕິດຕໍ່ພົວພັນນຳຂ້ອຍອີກ ຂ້ອຍບໍ່ຮູ້ ແລະ ບໍ່ແນ່ໃຈວ່າສິ່ງທີ່ຂ້ອຍໄດ້ເວົ້າອອກໄປນັ້ນມັນຈະເຮັດໃຫ້ຂ້ອຍດີຂຶ້ນບໍ່ ຫຼື ຈະມີວິທີໃດທີ່ດີກວ່ານີ້ບໍ່ ທີ່ຈະເຮັດໃຫ້ຂ້ອຍສາມາດລົມນຳຊາຍຄົນນີ້ໄດ້ໂດຍບໍ່ຕ້ອງເຈັບປວດ?
ຄວາມເຫັນຂອງຊາວໂລກ