Archive for the ‘ຂໍ້ມຸນຂອງຂ້ອຍ’ Category

ເພື່ອນຕ່າງຊາດ My beautiful E Class

ພວກເຮົາມາຈາກຫລາຍປະເທດໃນນັ້ນມີລາວຢູ່ສອງຄົນຄື (ອະທິບາຍຮູບທີ່ຖ່າຍນຳກັນ 7 ຄົນ) ຍິງທີ່ໃສ່ເສື້ອສີແດງຢູ່ທາງຊ້າຍສຸດ ຜົມດຳແມ່ນ ລາວເຮົາເອງ ແຕ່ເປັນລາວຢູ່ເຂດເໜືອສຸດ ຊັ້ນສູງ ຫລື ລາວສູງນັ້ນເອງມີຊື່ສຽງລຽງນາມວ່າ ນາງ ຢຽວ. ສ່ວນຄົນທີ່ໃສ່ເສື້ອແຈັກເກັດສີຂາວ ເສື້ອໃນລາຍກ່ານນັ້ນກໍ່ຄືຂ້າພະເຈົ້າເອງ ນ່ອຍນ້ອຍ. ຍິງທີ່ນັ່ງເອົາແຂນກ່າຍໂຕະໃນເສື້ອແຈັກແກັດສີຟ້າອ່ອນ ແມ່ນມາຈາກບ້ານໃກ້ເຮືອນຄຽງອາເມລິກາ ແມ່ນຊາວແມັກຊິກັນ ເຊິ່ງເວົ້າພາສາ ສະເປນນິສ ເຊິ່ງເພິ່ນມີນາມວ່າ ຍ່ານາງ ອີວອນ ເຮົາເອງກໍ່ເລີ່ມຮຽນພາສາສະເປນເລັກນ້ອຍຈາກພວກເຂົາ ແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ ຍິງເສື້ອແດງຂ້າງຫຼັງສຸດທີ່ມີຜົມສີທອງນັ້ນແມ່ນ ຊາວອີຣານ ຊຶ່ງເຂົ້າມາສືບການເຄື່ອນໄຫວຂອງເມກາ ຮາຮາໆໆໆ ເວົ້າຫລີ້ນ ລາວເປັນຄົນທີ່ໃຈດີຫລາຍ ລາວເອົາແອັບເປີ້ນມາໃຫ້ໜູ່ໃນຫ້ອງກິນທຸກມື້ບໍ່ມີຂາດ ບ້ານຂອງເພິ່ນມີຕົ້ນໝາກແອັບເປີ້ນຫັ້ນນາ ເພິ່ນມີຊື່ວ່າ ຍ່ານາງ ໂຫມາ. ຍິງທີ່ຍີ້ມໃສ່ກ້ອງໃນຊູດສີດຳຖັດມາ ຫລື ຢືນຢູ່ທາງກາງໝູ່ ປົກຄໍເສື້ອສີຂາວນັ້ນແມ່ນເອື້ອຍນ້ອງຫວຽດນາມເພື່ອນບ້ານເຮົາເອງ ມີຊື່ວ່າ ນາງ ມີ່ນ ເພິ່ນຄົນນີ້ແຫລະທີ່ທັກທ້ວງຂ້ອຍໃນມື້ເລີ່ມຮຽນມື້ແລກວ່າ ຂ້ອຍເປັນເອື້ອຍນ້ອງຫວຽດນາມຄືເພິ່ນ ແລະຂ້ອຍກໍ່ແນະນຳຕົວວ່າມາແຕ່ ປະເທດລາວ ເພິ່ນກໍ່ເວົ້າວ່າ ເພິ່ນບໍ່ຄິດວ່າຂ້ອຍເປັນຄົນລາວເລີຍ ວ່າຂ້ອຍເປັນຄົນຫວຽດ ເພິ່ນຄົນນີ້ກໍ່ຫາກໍ່ມາຢູ່ນີ້ໄດ້ 6 ເດືອນມີລູກຊາຍ 1 [...]

Continue reading »

ວຽກໆໆໆ ເງິນໆໆ ຮາາາາ ຢາກໄດ້

ບໍ່ໄດ້ເຂົ້າມາຂຽນໄດອາຣີ່ຕັ້ງຫລາຍມື້ ເພາະວ່າຫຍຸ້ງໆແດ່ຊັ້ນດອກ ຂ້ອຍສະໝັກວຽກຢູ່ອອນລາຍ ແລ້ວເຂົາເຈົ້າກໍ່ເລີຍຮ້ອງ ເຂົ້າໄປສຳພາດ ເທື່ອທຳອິດທີ່ໄປ ເຂົາກໍ່ໃຫ້ຂ້ອຍກອກແບບຟອມ ແລ້ວລະກໍ່ໃຫ້ເສັງກ່ຽວກັບຕົວເລກ ຄື ເຂົາຢາກວັດສາຍ ຕາ ຄວາມໄວ ແລະ ຄວາມແມ້ນຢຳຂອງເຮົາ 10 ຂໍ້ຕໍ່ 1 ນາທີ ເຮັດທັງໝົດ 30 ຂໍ້ ເມື່ອເຮັດແລ້ວເຂົາກໍ່ໃຫ້ກັບບ້ານໄດ້ ແຕ່ເຂົາກໍ່ສົ່ງຂໍ້ສອບມາໃຫ້ເຮັດອີກຜ່ານອີເມວລວມທັງໝົດ 3 ຫົວຂໍ້ໃຫ່ຍ ມັນກໍ່ຄືກັນກັບບົດສອບທີ່ທຳອິດນັ້ນແຫລະ ມີທັງໝົດ150 ຂໍ້ ຂ້ອຍເຮັດເວລາໄດ້ 15 ນາທີ ແລ້ວເຂົາກໍ່ນັດໃຫ້ໄປສຳພາດມື້ຕໍ່ມາອີກ ຮອດມື້ຂ້ອຍກໍ່ໄປອີກ ແຕ່ທາງບໍລິສັດມີກົດ ລະບຽບໃນການນຸ່ງຖື ພຽງແຕ່ມື້ທີ່ສອງຂອງການສຳພາດ ຂ້ອຍກໍ່ສ້າງຄວາມບໍ່ປະທັບໃຈ ໃຫ້ແກ່ນາຍຈ້າງແລ້ວ ໂດຍການນຸ່ງ ເຄື່ອງບໍ່ຖືກລະບຽບທີ່ໄດ້ວາງອອກ ກໍ່ໂດນເລີຍເພາະວ່າ ເຂົາໃຫ້ຖອດເສື້ອແຈັກເກັດອອກ ໃຫ້ໃສ່ແຕ່ເສື້ອເຊີດສີດຳ ຫຼື ສີເທົາ ຂ້ອຍພັດໄປໃສ່ເສື້ອແຂນກີ້ນ ເວນລະຂ້ອຍ ຖືກຮ້ອງເຂົ້າໄປຫ້ອງສອງຕໍ່ສອງອີກ ເຂົາກໍ່ເວົ້າໃຫ້ຂ້ອຍວ່າຂ້ອຍໃສ່ອັນນີ້ ກໍ່ບໍ່ຖືກອັນນັ້ນກໍ່ບໍ່ຖືກ ເຂົາໃຫ້ໂອກາດໃຫ້ຂ້ອຍມາສຳພາດອີກໃນຕອນແລງຂອງວັນນັ້ນ ທີ່ເຂົາໃຫ້ກໍ່ຍ້ອນວ່າ ຂ້ອຍເຮັດ ຂໍ້ສອບໄດ້ດີ ໄດ້ໄປອີກຕອນແລງ [...]

Continue reading »

ທີ່ມາ Blog ຂອງຂ້ອຍ

ສະບາຍດີໝູ່ເພື່ອນທຸກຄົນ ເຫດຜົນທີ່ຂ້ອຍຢາກມີ Blog ເປັນຂອງຕົນເອງ ກໍ່ເພາະມີໝູ່ຊັກຊວນ ແຕ່ມັນກໍ່ບໍ່ແມ່ນເຫດຜົນດຽວທີ່ເຮັດໃຫ້ຂ້ອຍຢາກຂຽນ Blog ດອກ. ທຸກມື້ນີ້ຂ້ອຍຢູ່ບໍ່ຄ່ອຍເປັນສຸກເທົ່າໃດ ມີແຕ່ເລື່ອງໃຫ້ຄິດຢູ່ຕະຫຼອດເວລາ ຍິ່ງເວລາຢູ່ຄົນດຽວ ຍິ່ເປັນການຈຸດປະກາຍຄວາມເຫງົາ ໂທໄປຫາໝູ່ເພື່ອລະບາຍກໍ່ເຮັດແລ້ວ ມັນກໍ່ເຊົາເຫງົາຢູ່ແຄ່ຊົ່ວຂະນະເທົ່ານັ້ນ ໄປຍ່າງຊອບປີ້ງກໍ່ໄປ ແຕ່ໄປຫຼາຍກໍ່ປາກແຫ້ງ ບໍ່ມີອັນຊິກິນເພາະໝົດເງິນ ເຫັນໝູ່ຂ້ອຍມີເລື່ອງຫຍັງ ຫຼື ໄປໃສກໍ່ຕາມ ເຂົາກໍ່ຂຽນລົງໃນ Blog ຂອງເຂົາ ຂ້ອຍກະເລີຍຄີດວ່າ ຂ້ອຍກໍ່ຄວນເອົາເວລາທີ່ເລື່ອນລອຍໄປລ້າໆໃຫ້ມັນເກີດມີຕົວໝັງສືມັນກໍ່ດີກວ່າ ອີກທັງສາມາດຂຽນສີ່ງທີ່ເຮົາຢາກລະບາຍ ຫຼື ອຸກອັ່ງໃນຊວງອອກມາ ມັນກໍ່ເຮັດໃຫ້ຂ້ອຍຜ່ອນຄາຍໄດ້ເຊັ່ນກັນ. ແຕ່ກ່ອນຂ້ອຍກໍ່ເປັນຄົນທີ່ມັກບັນທຶກສິ່ງທິ່ຂ້ອຍເຮັດ ຫລື ປະສົບມາແລ້ວເຮັດເປັນ ໄດອາລີໄວ້ ແຕ່ດຽວນີ້ເຮົາຢູ່ໃນໂລກຍຸກໃໝ່ແລ້ວກໍ່ບໍ່ຄວນໃຫ້ຫລ້າຫລັງໄປ ຕ້ອງທັນກັບກະແສໂລກ. ທີ່ມາຂອງ angeldragon: ໃນຄວາມຄິດຂອງຂ້ອຍ ມັງກອນກໍ່ເປັນສັດທີ່ມີງົດງາມ ແລະ ໝ້າຢ້ານ ສາມາດພົ່ນໄຟໄດ້ ຖ້າປຽບເໝືອນຄົນ ກໍ່ເປັນຄົນທີ່ແຝງໄປດ້ວຍຄວາມຮ້າຍກາດ ເບິ່ງຜ່ານໆອາດຈະດີ ແລະ ງົດງາມ ແຕ່ ຫາຮູ້ໄດ້ບໍ່ວ່າໃນໃຈເຂົາມີແຕ່ຄວາມຫລອກຫລວງ ເໝືອນໄຟທີ່ຮ້ອນແຮງ ທີ່ຄ່ອຍຈະແຜດເຜົາຢູ່ຕະຫລອດເວລາ ຫາກບໍ່ລະວັງ.  ແຕ່ໃນທາງກັບກັນມັງກອນເປັນສັດທີ່ມະນຸດເຮົານັບຖືມາຕັ້ງແຕ່ບັນພະບຸລຸດພຸ້ນ ເປັນເຈົ້າແມ່ນ້ຳທີ່ເຮົາດຳລົງຊີວິດຢູ່ ສະນັ່ນບໍ່ວ່າຈະດີ ຫຼື [...]

Continue reading »

Follow

Get every new post delivered to your Inbox.