ຮຽນພາສາອັງກິດ ປະທະ ພາສາລາວ

ເລື້ອງກໍ່ມີຢູ່ວ່າ ມີການສອນພາສາອັງກິດໃຫ້ຄົນລາວຢູ່ໂບສທີ່ອາເມການີ້

1.   ເລື້ອງຂອງພໍ່ຕູ້ສິນ Can I help you???

  • ອາຈານສອນ ຈັດໃຫ້ມີການສົນທະນາເປັນຄູ່
  • ລຸງສີນກໍ່ສະແດງເປັນຄົນຂາຍ  ແລະ ລຸງສຸກາຍເປັນລູກຄ້າ ເລີ່ມການສົນທະນາ ລຸງສິນກໍ່ເວົ້າຢ່າງໝັ້ນໃຈວ່າ Can I have you? ທີ່ຈິງແລ້ວລຸງຢາກຖາມວ່າ ໃຫ້ຂ້ອຍຊ່ອຍຫຍັງບໍ່” ລຸງສຸກາຍກໍ່ຕອບວ່າ ຫ້ວຍຢູ່ບໍ່ຊຶ່ຊິມາ Have ຂ້ອຍແນວໃດ? hahahha..

2.  ເລຶ່ອງຂອງລຸງສຸກາຍ ( ອັນນານາ ອັນນ່າໆໆ)

  • ຊາວຕ່າງຊາດມາລົມນຳລຸງສຸກາຍຫຼັງເລີກໂບດ ເຂົາຖາມເອົາທີ່ຢູ່ຂອງລຸງ ລຸງກໍ່ພະຍາຍາມຊິຕອບເປັນພາສາອັງກິດ ເວົ້າທໍ່ໃດກໍ່ອອກແຕ່ວ່າ ອັນນານາ ອັນນ່າໆ
  • ໝົດຫົນທາງເວົ້າບໍ່ໄດ້ ມືລຸງກໍ່ແກວ່ງໄປມາເໝືອນດັ່ງ ການສະແດງໃຫ້ເຫັນວ່າຊິຈົດໃຫ້ໃສ່ເຈ້ຍ ດັ່ງນັ້ນລຸງກໍ່ຈົດທີ່ຢູ່ໃສ່ເຈ້ຍໃຫ້ເຂົາ. “ອັນນານາ ອັນນ່າໆ”

3. ເລື່ອງຂອງປ້າເຫຼືອງ

  • ປ້າເພິ່ນເຂົ້າສະໝັກງານ ເຂົາກໍ່ຖາມຫາທີ່ຢູ່ຂອງປ້າ  ເລກເຮືອນແມ່ນ 0041 ປ້າກໍ່ຄຶດຕັ້ງດົນເລກສູນນິພາສາອັງກິດມັນວ່າຈັງໄດ໋ ໂອ້ຄິດອອກແລ້ວ  ສະໂລ່ ສະໂລ່ ໂພ່ ວັນ ໄອ້ຄົນສຳພາດກໍ່ງົງກັນເປັນໄກ່ຕາແຕກ.

4. ເລື້ອງຂອງຕູ້ມົນ

  • ຕູ້ມົນກໍ່ໄດ້ເກືອບ 80 ປີແລ້ວລະ ເພິ່ນເປັນຄົນຄີງນ້ອຍ ສັ້ນ ເວລາຮຽນພາສາອັງກິດກໍ່ບໍ່ເຫັນເພິ່ນເຂົ້າຮຽນຈັກເທື່ອດອກ ເພິ່ນຈະຈອບເອົາ ປະລີບປະລໍ່ ຢູ່ບ່ອງຢ້ຽມຫັ້ນແຫລະ
  • ເວລາມີຊາວຕ່າງປະເທດເຂົ້າມາຫາແລະທັກທາຍ ຫຼື ວ່າຈະມາເວົ້າຫຍັງນຳເພິ່ນກໍ່ຕາມ ເພິ່ນຈະຍົກມືໄຫວ້ ແລະກໍ່ເວົ້າວ່າໂດຍ
  • ນາງເມກາ Say Hi ໃຫ້ແມ່ຕູ້ມົນ ແມ່ຕູ້ມົນກໍ່ຮັບເອົາຄຳທັກທາຍທັນທີ ໂດຍການຍໍມືໄຫວ້ ແລະກໍ່ເວົ້າວ່າ “ໂດຍ”
  •  ມາອິກແລ້ວມິການສົນທະນາເກີດຂຶ້ນອີກ ທ້າວຈິມມິ້ ຍ່າງເຂົ້າມາດ້ວຍຄວາມກະຕືລືລົ້ນ ແລະຖາມແມ່ຕູ້ມົນ ວ່າ Where are you going? ທັນໃດ ແມ່ຕູ້ມົນ ກໍ່ຍໍມືໄຫວ້ ແລະກໍ່ເວົ້າວ່າ “ໂດຍ”
  • ຫຼັງຈາກນັ້ນມາສະມາຊິກໃນໂບສທີ່ເປັນຊາວຕ່າງຊາດກໍ່ຄິດແລະເຂົ້າໃຈວ່າ ແມ່ຕູ້ມົນມີຊື່ວ່າ ໂດຍ
  • ພວກເຂົາຈະ  say hi ໃຫ້ມົນວ່າ Hi ໂດຍ ແມ່ຕູ້ມົນກໍ່ນ້ອມຮັບເອົາຄຳທັກທາຍແລະກ່າວວ່າ ໂດຍ

5. ເລຶ້ອງຂອງທ້າວຈ້ອນ

  •  ໃນຊົ່ວໂມງສອນພະຄຳພີ ແລະ ເທດສະໜາຈະຮຽນລວມກັນທັງຕ່າງຊາດແລະຄົນລາວ ອາຈານແມ່ນຄົນລາວ ສ່ວນໃຫຍ່ເພິ່ນກໍ່ຈະເວົ້າເປັນອັງກິດໝົດ ແຕ່ບາງເທື່ອເພິ່ນກໍ່ແປລາວ
  • ເວລາອະທິຖານເພິ່ນຈະເວົ້າເປັນອັງກິດ ແລະ ແປລາວພ້ອມ
  • ອາຈານຈະໃຊ້ຄຳວ່າ ພວກຂະນ້ອຍເປັນປະຈຳ
  • ໃນໂຕະກີນເຂົ້າ ກໍ່ມີບັນດາຄົນລາວນັ່ງເຕັມໂຕະ ທ້າວຈ້ອນກໍ່ຢາກສະແດງຄວາມເຄົາລົບໂດຍການພະຍາຍາມເວົ້າພາສາລາວກັບພວກເຮົາ ທ້າວຈ້ອນຍ່າງເຂົ້າມາທ່າມກາງການດື່ມດຳກັບອາຫານ ແລ້ວກໍ່ເວົ້າຂຶ້ນວ່າ “ພວກຂີ້ໜ້ອຍ”  ຫື!!!!!!!! ມັນແມ່ນຜູ້ໃຜມາດ່າວ່າ ຂີ້ໝ້ອຍນິ ຝ່າຍລາວນັ່ງອ້າປາກຄ້າງ ມືນໆວ່າ ເປັນຫຍັງຄືມາເວົ້າໃຫ້ກັນວ່າ ຂີ້ໜ້ອຍແບບ ນິ້ (ຄິດຢູ່ໃນໃຈ ບາງກ້ອນກໍ່ໃຫຍ່ນ່າາາ) ອິອິອິ
  • ທ້າວຈ້ອນກໍ່ເຮັດໜ້າຕາເສີຍ ແລະເພິ່ນກໍ່ຕົກໃຈຢູ່ເລັກນ້ອຍວ່າ ເປັນຫຍັງຝ່າຍລາວຄືອຶ້ງ ທ້າວຈ້ອນຖາມ Did I say something wrong? ຝ່າຍລາວຄິດໃນໃຈ  ມຶງດ່າພວກກູແທ້ໆ ແລ້ວຍັງຊິມາຖາມອີກຢູ່່ວ່າເວົ້າຫຍັງຜິດ!!!!!

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

Follow

Get every new post delivered to your Inbox.