ຊີລີເກົາຫລີ: ວາເລັນທາຍໆໆໆ ແຫ່ງປີ 2010 ຂອງນາງ

ເຊົ້າທີ່ 14 ກຸມພານີ້ ນາງກໍ່ຕື່ນແຕ່ເຊົ້າ ແຕ່ງຕົວ ( ມີນັດຕອນ 10 ໂມງເຊົ້າ) ທັງສອງວາງແຜນກັນໄປ Minnehaha Park ທີ່ໃນເມືອງ ຫລື ດາວທາວຫັ້ນລະ ແລກເລີ່ມທຸກຢ່າງໄປໄດ້ດີ ໄປຍ່າງເລາະຢ່າງໂຣແມນຕິກ ໄດ້ດື່ມດຳນຳກິ່ນອາຍລະດຸໝາວເໝືອນດັ່ງ

ຕອນທີ່ 1

  • ໄປທ່ຽວຂົ້ວໂລກເໜືອ
  • ບໍ່ໄດ້ເອົາຖົງມືໄປ ລືມແດ່ຫັ້ນນະ
  • ລະກະບໍ່ໄດ້ໃສ່ເກີບໝາໆໆໄປແດ່ ໃສ່ບູສໄປ ອັນນີ້ບໍ່ໄດ້ລືມ ຕັ້ງໃຈໃສ່ໄປ” ກະຢາກງາມແດ່ເນາະມື້ສຳຄັນກະດາຍ, ດັ່ງນັ້ນແຫລະ ການຊົມທັດສະນີຍະພາບຂອງມີນນິຫ້າຫ້າ ໃຊ້ເວລາ 30 ນາທີໃນຄັ້ງນີ້ ເຮັດໃຫ້ຝາພະບາດຂອງນາງຊາ ແຂງໄປໝົດ555 ມີນນີ555 ເຮັດນາງແລ້ວ.

1.    Minnehaha Fall                                             Or             Frozenfall

2. Lanscape of Minnehaha Park

ມາເບີ່ງພາບນ້ຳຕົກ Minnehaha ຊວ່ງຊຳເມີ້ກັນເທາະ

 

ເບິ່ງພີ່ນ້ອງ ເບິ່ງຄວາມແຕກຕ່າງຂອງລະດູ

ຕອນທີ່ 2

ຫຼັງຈາກອອກຈາກນ້ຳຕົກແລ້ວ ກໍ່ໄປ downtown ຕໍ່ ໄປເລາະຕາມເຄີຍ ເຫດຜົນຄື ຢາກຍ່າງຂ້າມຜ່ານ sky way ຢູ່ຫັ້ນນະ ມີຮູບມາໃຫ້ເບີ່ງພ້ອມ

 ເອົາລະມາຮອດນີ້ ກະຊອກບ່ອນຈອດລົດໄດ໋ບາດນີ້ ພາກັນໄປຈອດລົດແລ້ວກໍ່ຍ່າງມາຮ້ານເມຊີ MACY’S ຍ່າງເລາະເບິ່ງຂອງສວຍໆໆ​ ງາມໆໆ ຕາມພາສາຫັ້ນລະ ແລ້ວກໍ່ຍ່າງຂ້າມສະກາຍເວ Skyway ໄປຕຶກນັ້ນແດ່ ຕຶກນີ້ແດ່ ກີນລົມຊົມວີວ ມີຄວາມສຸກຕາມພາສາໄວຮຸ່ນ 666+

  • ທະຫານຕ້ອງເດີນໜ້າດ້ວຍທ້ອງ ພວກເຮົາກໍ່ເຊັ່ນກັນ
  • ອອກຮົບມາຫລາຍຊົ່ວໂມງ ບັນດາພີ່ນ້ອງກໍ່ຮ້ອງໂຄຍຄາງໂຫຍຫາສະບຽງເພື່ອຢັ່ງຊີບ ພວກເຮົາກໍ່ຕ້ອງສະໜອງລະບໍ ແມ່ນບໍ່?
  • ກັບຖານໂດຍດ່ວນ ມາຮອດລົດ ຊອກກະແຈບໍ່ເຫັນ ເສັດດດດດດດດບາດນີ້
  • ພວກເພິ່ນກະຂ້ຽວໄປຊອກລະບໍ່ ຊອກຢູ່ລີບ ຊອກຢູ່ຫ້ອງນ້ຳ ຊອກຢູ່ໝົດທຸກບ່ອນທີ່ຄີດວ່າມັນຈະເຮ່ຍ ໄປຖາມພະແນກ Lost & Found ເຂົາກໍ່ວ່າບໍ່ມີໃຜເກັບໄດ້ຫຼືເຫັນເທື່ອ ຖ້າມີກໍ່ອາດຈະໃຊ້ເວລາເປັນມື້ໆທີ່ບຸກຄົນທີ່ເກັບຂອງໄດ້ນັ້ນ ຈະເອົາມາແຈ້ງ ບາງທີເຂົາກະຫຍຸ້ງໆແດ່ຕອນເກັບໄດ້ຈື່ງບໍ່ເອົາໄປແຈ້ງໃນຂະນະນັ້ນເລີຍ. ອະທີບາຍຍາວມາກະສະຫລຸບວ່າ ຊອກບໍ່ເຫັນຄືເກົ່າ. ເວນຂອງກຳ ກຳຂອງເວນເນາະ”
  • ກະເລີຍກັບມາລົດອີກ ເຖິງວ່າລາວມີກະແຈອີກດອກທີ່ສາມາດໄຂລົດ ໄດ້ກໍ່ບໍ່ສາມາດຕິດຈັກລົດໄດ້ ເພາະເປັນກະແຈທີ່ໃຊ້ຊີບ.
  • ກໍ່ເລີຍຕັດສິນໃຈປະລົດໄວ້ລານຈອດລົດແລ້ວກໍ່ ໄປຂື້ນລົດເມກັບບ້ານ ( ກ່ອນອອກຈາກລົດກໍ່ເອົາຂອງສຳຄັນອອກໄປພ້ອມ ສ່ວນນາງກໍ່ຈັບດອກໄມ້ວາເລນທາຍທິ່ນາງໄດ້ນັ້ນ ຍັດໃສ່ໃນກະເປົາ ໂຊກບໍ່ດີ ຕອນຍັດເຂົ້າໄປ ຊ້ຳພັດເຮັດຄໍມັນຫັກຊ້ຳ ໂອ້ແມ້້້້ຈ້າວວວ…
  • ຈອດລົດເພິ່ນຫັ້ນກະບໍ່ແມ່ນຂອງຄ່ອຍ ເປັນ$ ໜົດໄດ໋ຫັ້ນ ຊົ່ວໂມງໝຶ່ງ $5 ອີກ ບາດນີ້ ມື້ອື່ນພຸ້ນເທີຄ່ອຍມາເອົາ ລາລາ ສະນຸກຈ່າຍ $….ອີ່ຕົນຄົນຈ່າຍ???? ຫຸຫຸ

ຕອນທີ່ 3

  • ໄປຢືນຖ້າລົດເມ ກະເກືອບ 10 ນາທີລະ ທຸກໆ 15 ນາທີ ທ້າວເມ ເທີມາເທື່ອໜຶ່ງ 10 ນາທີມັນຊ່າງຍາວນານເຫລືອເກີນ ໝາວຍັງບໍ່ແລ້ວຍັງມີລົມອີກ ເວົ້າໄດ້ວ່າ ໝາວແບບບໍ່ຢຸດຢັ້ງ ! ໝາວບໍ່ເກງໃຈໃຜໆ
  • ຂີ່ລົດເມຊົມເມືອງອີກຊົ່ວໂມງຊີເປັນຫຍັງໄປ ອີກຝ່າຍກໍ່ນັ່ງໜ້າຫງອຍ ຊ່າງເປັນເດດທີ່ຍາກຈະພັນລະນາອີຫລີ
  •  ເອົາລະ ມາຮອດ Transit ແລ້ວ ຕ້ອງໄດ້ປ່ຽນຄັນແລ້ວ ບໍ່ຊັ້ນບໍ່ຮອດບ້ານ
 ຄວາມຊວຍມາເຍືອນອີກຮອບ

ຕອນທີ່ 4

  • ຂື້ນລົດເມຜິດຄັນອີກບາດນີ້ ຊົ່ວຊີຮູ້ວ່າຜິດກະຈົນວ່າເຂົາຂີ່ອອກມາໄກເຕີບ ລະສະເດືອກຕື່ນ ໝໍກະໄປຖາມໂຊເຟີ້ ກໍ່ພົບວ່າເສັ້ນທາງແມ່ນກັບໄປດາວທາວ ກໍ່ພາກັນລົງລົດທັນທີ
  •  ( ຕ້ອງໄດ້ຍ່າງກັບໄປ Transit ອິກເກືອບໂລ ຫຸຫຸ ຍ່າງ ຮຸ້ຍເລ້ຮຸ້ຍ ຍ່າງ ຕີນແຂງ ມືກໍ່ເລີ່ມແຂງ ຫູກໍ່ເລີ່ມຊາ ເອົ້າ ເອົາເຂົ້າໄປ)
  • ໄປຮອດລະໜໍກະໂທບອກໃຫ້ເອື້ອຍໝໍມາຮັບເອົາ
  • Finally ນາງກໍ່ກັບຮອດເຮືອນຢ່າງປອດໄພ

Note: ວາເລັນທາຍເລື່ອງນີ້ຍີ່ງກ່ອນຊີລີ້ເກົາຫລີອີກເນາະ………

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

Follow

Get every new post delivered to your Inbox.