- ວານນີ້ ເລີກຮຽນມາເອື້ອຍເຮົາຊວນໄປກິນບຸບເຟ້ ກໍ່ເລີຍໄປນຳເພິ່ນ ໄປກິນໄກໆຂີ່ລົດໄປກໍ່ເປັນຊົ່ວໂມງພຸ້ນນະ ໂອ້ເທວະດາຊ່ວຍຂະນ້ອຍແດ່ ລົດກະຕິດໆໆ ຂະຫນາດວ່າທາງ 4 ເລນກໍ່ຍັງຕິດຍາວເປັນສາຍ
ໄປຮອດກໍ່ບໍ່ມີການຍ່າງເລີຍນະ ຂ້ຽວແລ່ນເຂົ້າໄປລູກດຽວ ເພາະຈອດລົດຢູ່ຂ້ອນຂ້າງໄກຈາກຄາຊີໂນ ອາກາດກໍ່ປານກັບຢູ່ໃນ ຟີສເຊີ (ຊ່ອງແຂງ).
- ໄປນຳກັນທັງໝົດ 4 ຄົນ ໝູ່ຫ້ອງການເອື້ອຍ 2 ຄົນ
- ບັນຍາກາດ ອາຫານ ແລະ ລາຄາ
- ຫຼູຫລາຟູ້ຟ້າ
- ຄົນຍັງບໍ່ຫລາຍຕອນເຮົາໄປຮອດ ປະມານ 5 ໂມງ
- ລາຄາຍ່ອມເຍົາ ເປັນກັນເອງ ປະມານ 25 ດອນລ້າ
- ອາຫານດີເລີດ ລວມທັງອາຫານເອເຊຍ, ອາເມລີກາ,…ໂດຍສະເພາະແມ່ນອາຫານທະເລ ນັ້ນຄື ຂາປູ ເວົ້າມາກໍ່ຍັງຢາກອີກຢູ່
- ມາໆ ເຮົາມາກີນ ຂາປູ ກັນເທາະ ຮືມມມມ Hmm! Yummyy………
ທຸກຄົນສາມັກຄີກັນກິນຢ່າງຕັ້ງໜ້າ ອາຫານຈານທຳອິດທີ່ໄປຕັກແມ່ນຂາປູນັ້ນເອງ ກີນກັນຢ່າງເມົາມັນ ແຖມຍັງຕຳແຈ່ວສົ້ມໄປແຕ່ບ້ານອິກ ບ້ານນອກກກ ບ້ານ ນອກ
ຫ້ວຍມັນກະບໍ່ແມ່ນແນວນັ້ນໃດບໍ່ໄດ້ບ້ານນອກໄດ໋ ພຽງແຕ່ພວກເຮົາບໍ່ມັກຈ້ຳບັດເທີ້ ຫລື ເນີຍ ທີ່ເຂົາມີໃຫ້ ກໍ່ເລີຍຕຳແຈ່ວສົ້ມໄປ


