Archive for February, 2010

ຮຽນພາສາອັງກິດ ປະທະ ພາສາລາວ

ເລື້ອງກໍ່ມີຢູ່ວ່າ ມີການສອນພາສາອັງກິດໃຫ້ຄົນລາວຢູ່ໂບສທີ່ອາເມການີ້ 1.   ເລື້ອງຂອງພໍ່ຕູ້ສິນ Can I help you??? ອາຈານສອນ ຈັດໃຫ້ມີການສົນທະນາເປັນຄູ່ ລຸງສີນກໍ່ສະແດງເປັນຄົນຂາຍ  ແລະ ລຸງສຸກາຍເປັນລູກຄ້າ ເລີ່ມການສົນທະນາ ລຸງສິນກໍ່ເວົ້າຢ່າງໝັ້ນໃຈວ່າ Can I have you? ທີ່ຈິງແລ້ວລຸງຢາກຖາມວ່າ “ໃຫ້ຂ້ອຍຊ່ອຍຫຍັງບໍ່” ລຸງສຸກາຍກໍ່ຕອບວ່າ ຫ້ວຍຢູ່ບໍ່ຊຶ່ຊິມາ Have ຂ້ອຍແນວໃດ? hahahha.. 2.  ເລຶ່ອງຂອງລຸງສຸກາຍ ( ອັນນານາ ອັນນ່າໆໆ) ຊາວຕ່າງຊາດມາລົມນຳລຸງສຸກາຍຫຼັງເລີກໂບດ ເຂົາຖາມເອົາທີ່ຢູ່ຂອງລຸງ ລຸງກໍ່ພະຍາຍາມຊິຕອບເປັນພາສາອັງກິດ ເວົ້າທໍ່ໃດກໍ່ອອກແຕ່ວ່າ ອັນນານາ ອັນນ່າໆ ໝົດຫົນທາງເວົ້າບໍ່ໄດ້ ມືລຸງກໍ່ແກວ່ງໄປມາເໝືອນດັ່ງ ການສະແດງໃຫ້ເຫັນວ່າຊິຈົດໃຫ້ໃສ່ເຈ້ຍ ດັ່ງນັ້ນລຸງກໍ່ຈົດທີ່ຢູ່ໃສ່ເຈ້ຍໃຫ້ເຂົາ. “ອັນນານາ ອັນນ່າໆ” 3. ເລື່ອງຂອງປ້າເຫຼືອງ ປ້າເພິ່ນເຂົ້າສະໝັກງານ ເຂົາກໍ່ຖາມຫາທີ່ຢູ່ຂອງປ້າ  ເລກເຮືອນແມ່ນ 0041 ປ້າກໍ່ຄຶດຕັ້ງດົນເລກສູນນິພາສາອັງກິດມັນວ່າຈັງໄດ໋ ໂອ້ຄິດອອກແລ້ວ  ສະໂລ່ ສະໂລ່ ໂພ່ ວັນ [...]

Continue reading »

ຊີລີເກົາຫລີ: ວາເລັນທາຍໆໆໆ ແຫ່ງປີ 2010 ຂອງນາງ

ເຊົ້າທີ່ 14 ກຸມພານີ້ ນາງກໍ່ຕື່ນແຕ່ເຊົ້າ ແຕ່ງຕົວ ( ມີນັດຕອນ 10 ໂມງເຊົ້າ) ທັງສອງວາງແຜນກັນໄປ Minnehaha Park ທີ່ໃນເມືອງ ຫລື ດາວທາວຫັ້ນລະ ແລກເລີ່ມທຸກຢ່າງໄປໄດ້ດີ ໄປຍ່າງເລາະຢ່າງໂຣແມນຕິກ ໄດ້ດື່ມດຳນຳກິ່ນອາຍລະດຸໝາວເໝືອນດັ່ງ ຕອນທີ່ 1 ໄປທ່ຽວຂົ້ວໂລກເໜືອ ບໍ່ໄດ້ເອົາຖົງມືໄປ “ລືມແດ່ຫັ້ນນະ“ ລະກະບໍ່ໄດ້ໃສ່ເກີບໝາໆໆໄປແດ່ ໃສ່ບູສໄປ “ອັນນີ້ບໍ່ໄດ້ລືມ ຕັ້ງໃຈໃສ່ໄປ” ກະຢາກງາມແດ່ເນາະມື້ສຳຄັນກະດາຍ, ດັ່ງນັ້ນແຫລະ ການຊົມທັດສະນີຍະພາບຂອງມີນນິຫ້າຫ້າ ໃຊ້ເວລາ 30 ນາທີໃນຄັ້ງນີ້ “ເຮັດໃຫ້ຝາພະບາດຂອງນາງຊາ ແຂງໄປໝົດ” 555 ມີນນີ555 ເຮັດນາງແລ້ວ. 1.    Minnehaha Fall                                             Or             Frozenfall 2. Lanscape of Minnehaha Park ມາເບີ່ງພາບນ້ຳຕົກ Minnehaha ຊວ່ງຊຳເມີ້ກັນເທາະ   ເບິ່ງພີ່ນ້ອງ ເບິ່ງຄວາມແຕກຕ່າງຂອງລະດູ ຕອນທີ່ 2 ຫຼັງຈາກອອກຈາກນ້ຳຕົກແລ້ວ [...]

Continue reading »

ກິນບຸບເຟ້ທີ່ Mystic Lake Casino Hotel

  ວານນີ້ ເລີກຮຽນມາເອື້ອຍເຮົາຊວນໄປກິນບຸບເຟ້ ກໍ່ເລີຍໄປນຳເພິ່ນ ໄປກິນໄກໆຂີ່ລົດໄປກໍ່ເປັນຊົ່ວໂມງພຸ້ນນະ ໂອ້ເທວະດາຊ່ວຍຂະນ້ອຍແດ່ ລົດກະຕິດໆໆ ຂະຫນາດວ່າທາງ 4 ເລນກໍ່ຍັງຕິດຍາວເປັນສາຍ ໄປຮອດກໍ່ບໍ່ມີການຍ່າງເລີຍນະ ຂ້ຽວແລ່ນເຂົ້າໄປລູກດຽວ ເພາະຈອດລົດຢູ່ຂ້ອນຂ້າງໄກຈາກຄາຊີໂນ ອາກາດກໍ່ປານກັບຢູ່ໃນ ຟີສເຊີ (ຊ່ອງແຂງ). ໄປນຳກັນທັງໝົດ 4 ຄົນ ໝູ່ຫ້ອງການເອື້ອຍ 2 ຄົນ ບັນຍາກາດ ອາຫານ ແລະ ລາຄາ ຫຼູຫລາຟູ້ຟ້າ ຄົນຍັງບໍ່ຫລາຍຕອນເຮົາໄປຮອດ ປະມານ 5 ໂມງ ລາຄາຍ່ອມເຍົາ ເປັນກັນເອງ ປະມານ 25 ດອນລ້າ ອາຫານດີເລີດ ລວມທັງອາຫານເອເຊຍ, ອາເມລີກາ,…ໂດຍສະເພາະແມ່ນອາຫານທະເລ ນັ້ນຄື ຂາປູ ເວົ້າມາກໍ່ຍັງຢາກອີກຢູ່ ມາໆ ເຮົາມາກີນ ຂາປູ ກັນເທາະ   ຮືມມມມ Hmm! Yummyy………   ທຸກຄົນສາມັກຄີກັນກິນຢ່າງຕັ້ງໜ້າ ອາຫານຈານທຳອິດທີ່ໄປຕັກແມ່ນຂາປູນັ້ນເອງ ກີນກັນຢ່າງເມົາມັນ ແຖມຍັງຕຳແຈ່ວສົ້ມໄປແຕ່ບ້ານອິກ ບ້ານນອກກກ [...]

Continue reading »

Follow

Get every new post delivered to your Inbox.