Archive for January, 2010

ເຊີນມາທຳບຸນບໍລິຈາກຮ່ວມກັນ

ເລີກຮຽນມາ ກໍ່ມາເປີດຕູ້ເກັບເຄຶ່ອງ ເຫັນເຄື່ອງກອງເຕັມຈົນຊິບໍ່ມີບ່ອນໄວ້ ກໍ່ມີຄວາມຄິດວ່າ ຄົນທີ່ບໍ່ມີຮອດເຄຶ່ອງຊິນຸ່ງ ອາກາດກໍ່ໝາວໆເຂົາເຈົ້າຢູ່ໄດ້ແນວໃດ ເຄຶ່ອງນຸ່ງເຮົາກໍ່ຫລາຍຢູ່ເຮົາກໍ່ໜ້າຈະແບ່ງປັນໃຫ້ເຂົາໄດ້ໃສ່ແດ່ ກໍ່ເລີຍໄຈ້ເຄື່ອງທີ່ຄິດວ່າບໍ່ຈຳເປັນເກັບໄວ້ອອກ ໄຈ້ໄປໄຈ້ມາກໍ່ໄດ້ ຖົງທ້າວໃຫຍ່ໆຖົງໜຶ່ງ ແລ້ວກໍ່ເອົາໄປບໍລິຈາກທີ່ Arc Great Twin Cities ຊຶ່ງເປັນສູນຮັບບໍລິຈາກ ເພິ່ນມີສະໂລແກນວ່າ Changing Attitudes. Changing Policies. Changing Lives. ແປວ່າ ປ່ຽນທ່າທາງກິລິຍາ ປ່ຽນນະໂຍບາຍ ປ່ຽນວິຖີຊີວິດ ມີຄວາມໝາຍວ່າສິ່ງເລັກນ້ອຍທິ່ເຮົາໄດ້ໃຫ້ (ບໍລິຈາກ)ໄປນັ້ນມີິຄວາມໝາຍແລະຄຸນຄ່າລົ້ນເຫຼືອໃຫ້ແກ່ຄົນດ້ອຍໂອກາດເຫຼ່ົ່ານັ້ນ ມັນອາດຈະປ່ຽນຊິວິດ ຫຼື ແມ້ກະທັ້ງຊີວິດຂອງພວກເຂົາໃນທາງທີ່ດີ ດັ່ງນັ້ນ ພວກເຮົາຄວນຄວນມີນ້ຳໃຈເອື້ອເຟື້ອເພື່ອແຜ່ຕໍ່ກັນ. ສິ່ງທິ່ເຮົາບໍລິຈາກໄປແມ່ນເປັນປະໂຫຍດຫລາຍແກ່ຄົນໃຫ້ແກ່ຄົນພິການ ຄົນປັນຍາອ່ອນ ຫຼືຄົນທີ່ມີຄວາມບົກພ່ອງທາງສະຕິປັນຍາ. ແຕ່ການໃຫ້ນັ້ນຄວນຈະເປັນການໃຫ້ທີ່ມາຈາກໃຈ ແລ້ວເຮົາຈະເປັນຜູ້ທີ່ສຸກທີ່ໄດ້ໃຫ້. ການທີ່ໄດ້ໃຫ້ໂດຍບໍ່ຫວັງຫຍັງຕອບແທນເປັນສິ່ງທີ່ປະເສີດໜັກໜາ. ຖ້າເພື່ອນຄົນໃດທີ່ຢາກໃຫ້ ຫຼືຶ ບໍລິຈາກມັນກໍ່ມີຫຼາຍທາງ ເຮົາອາດຈະໃຫ້ຍາດຕິພີ່ນ້ອງກໍ່ໄດ້ ຫຼືອາດຈະເປັນຄົນອື່ນ ຄົນພິການ ຫຼື ຄົນດ້ອຍໂອກາດ ເຮົາອາດຈະໄປບໍລິຈາກທີ່ສູນຄົນເສຍອົງຄະບ່ອນໃດທີ່ໃກ້ບ້ານກໍ່ໄດ້ ຫຼື ຊວນໝູ່ເພື່ອນເປັນກຸ່ມໄປບໍລິຈາກໃຫ້ແກ່ເດັກນ້ອຍທີ່ຊົນນະບົດກໍ່ໄດ້. ຄຶດດີ ທຳດີ ສີ່ງດີໆກໍ່ຈະເກີດແກ່ຕົນ

Continue reading »

Follow

Get every new post delivered to your Inbox.