ວັນຄິສມາດແທ້ໆຊ້ຳພັດບໍ່ອອກໄປໃສເລີຍ ຕື່ນຂຶ້ນມາກໍ່ 10 ໂມງເກືອບເຄິ່ງລະ ແນມອອກໄປປະຕູປ່ອງຢ້ຽມເຫັນນ້ຳແຂງໃສຕົກລົງມາຈາກທ້ອງຟ້າຢ່າງຫຼວງຫຼາຍ ສວຍງາມອອນຊອນແທ້ນາ ກະວ່າຈະເອົາ Hellblue boy ຫຼື ນ້ຳຊະໂລ້ອອກໄປໂຮຍແຖມນົມຂຸ້ນນ້ອຍໝີ່ງ ອືມ ເປັນຕາແຊບ ຢູ່ເຮືອນຊ້ຳພັດບໍ່ມີ ເອື ເວົ້າມາຮອດນີ້ລະພີ່ນ້ອງອາດຈະຍັງສົງໃສວ່າ ນ້ຳແຂງໃສ ທີ່ເຮົາກ່າວໄປແມ່ນຫຍັງ ຈະສະເຫລີຍໃຫ້ຟັງ ນັ້ນກໍ່ຄື ຫິມະ ນັ້ນເອງ ເຮົາເຫັນມັນຕົກຫລາຍກໍ່ເລີຍຊວນເອື້ອຍ ແລະນ້າສາວອອກໄປຫລີ້ນຫິມະຢູ່ໜ້າບ້ານ ຕຽມຕົວໃສ່ຊຸດອາວະກາດ ໝວກ ຖົງມື ເສື້ອຊູຊີບ ເກີບໂບກ ຮາຮາ ແຖມຍັງຖືຊ້ວນອີກຄົນລະອັນ ເວົ້າໄປເວົ້າມາລະມັນບໍ່ແມ່ນຂຶ້ນໄປອາວະກາດແລ້ວ ອັນນີ້ມັນຊິໄປເປັນກຳມະກອນກໍ່ສ້າງແລ້ວນິ ຕຽມປະຕິບັດການ ເຮົາເປັນຜູ້ລິເລີ່ມບຸກເບີກ ແລະນຳທາງ ໂດຍການແກະຮອຍທາງເດີນໃຫ້ໝູ່ ກ້າວທຳອິດ ຂາຂອງເຮົາກໍ່ຈົມລົງຫິມະ ໜ້າແຄ່ງໝື່ງແລ້ວ ກໍ່ແກະຮອຍໄປເລື້ອຍໆຈົນເຖຶງສະຖານທີ່ເປົ້າໝາຍ ແຮະໆໆ ມາຣອດແລ້ວ ເລື່ມລົງມືໄດ້ ຕ່າງຄົນກໍ່ພາກັນໂກຍເອົາຫິມະ ຖົມຂື້ນຖົມຂຶ້ນໃຫ້ເປັນຄືພູ ແລ້ວກໍ່ປັບແປງໃຫ້ເປັນຣູບຣ່າງຂື້ນ ມືແລະຕີນຂ້ອຍຣູ້ສຶກໄດ້ເຖິງຄວາມເຢັນ ມັນເລື່ມແຂງ ບໍ່ມີຄວາມຣູ້ສືກ ກໍ່ຂ້ຽວເລັ່ງມືໃຫ້ໂຄງການສຳເລັດໄວໆ ພວກເຣົາສ້າງໂຄນນີ້ງໃນທ່າມກາງຫິມະຕົກປ່ອຍໆໆ ຊ່າງງົດງາມອີຫຼີ ແປງໂຕແລ້ວ [...]
ຄວາມເຫັນຂອງຊາວໂລກ