ຕາຍໆໆໆ ເຮັດໄປໄດ້ແນວໃດ

ໄດ້ໃບຂັບຂີ່ມາບໍ່ເທົ່າໃດກະເຮັດເປັນເກັ່ງ ໄປໃສມາໃສຄົນດຽວຢ່າງປີກກ້າຂາແຂງອີກ

  • ພໍແຕ່ໄດ້ໃບຂັບຂີ່ ມື້ຕໍ່ມາກໍ່ຊວນໝູ່ໄປຊອບປີ້ງ ຂົນໝູ່ຂຶ້ນລົດຕັ້ງ 5-6 ຄົນ ຊ້ຳບໍ່ໜຳຂີ່ອອກ High Way ອີກ ແຕ່ເຫດການຜ່ານໄປຢ່າງປົກກະຕິ ເພາະມີໝູ່ຜູ້ທີ່ຮູ້ທາງຕິດລົດມານຳ.
  • ມື້ໜຶ່ງຂ້ອຍເລົ່າສູ່ໝູ່ຂ້ອຍຄົນອາຟິກາຟັງວ່າ ຂ້ອຍໄປເບິ່ງໜັງ 2012 ນຳຄອບຄົວຂ້ອຍມາ ແລະ !ພີ່ນ້ອງຂ້ອຍກໍ່ບອກຂ້ອຍວ່າ ເພິ່ນມາເບີ່ງໜັງຊຸດກ່ອນນີ້ເພິ່ນເບິ່ງ 2 ເລື່ອງ! ຂ້ອຍກໍ່ເວົ້າໃຫ້ພີ່ນ້ອງ ບໍ່ປະຫຍັດ ເລີຍເນາະ ລາວຕອບວ່າ ບໍ່ແມ່ນບໍ່ປະຫຍັດ ກະຊື້ປີ້ດຽວຫັ້ນແລະ ຫາກເຂົ້າໄປເບີ່ງ 2 ເລື່ອງ ຂ້ອຍກ່າວຂື້ນວ່າ ແມ່ນນນນນຊຳເບາະ ! ຕວະກັນຕີ! ເມື່ອຂ້ອຍໄປເອງຂ້ອຍຈຶ່ງຮູ້ວ່າ ເຮົາສາມາດເຮັດໄດ້ ເພາະວ່າເຂົາຈີກປີ້ໜັງແຕ່ທາງເຂົ້າພຸ້ນນະ ບາດເຂົ້າມາໂຮງ ກະບໍ່ມີໃຜມາເກັບປີ້ ຫຼືວ່າມາເຊັກເບີ່ງວ່ານັ່ງຕາມປີ້ຫຼືບໍ່ ໃນນັ້ນ ມັນມີປະມານ 10 ປາຍໂຮງ ແຕ່ລະໂຮງກໍ່ສາຍໝັງທີ່ແຕກຕ່າງກັນອອກໄປ ດັ່ງນັ້ນ ກໍ່ເປັນເຫດໃຫ້ເກີດເລື້ອງນີ້.
  •  ໝູ່ຂ້ອຍແລະຂ້ອຍກໍ່ພາກັນມຸ່ງໝ້າ ໄປເບິ່ງໜັງ ຕ່າງຄົນຕ່າງບໍ່ຮູ້ທາງ ເພາະໝູ່ຂ້ອຍຄົນນີ້ກໍ່ຫາກໍ່ມາຢູ່ໄດ້ບໍ່ດົນຄືກັບຂ້ອຍ  ແຕ່ຂ້ອຍບອກໝູ່ຂ້ອຍວ່າຂ້ອຍພໍຈື່ີໆທາງໄປຢູ່ ໝູ່ຂ້ອຍກໍ່ຕອບຕົກລົງທັນທີ ຫຼັງເລິກຮຽນກໍ່ພວກເຮົາກໍ່ພາກັນປະຕິບັດການທັນທີ ຂີ່ໄປຂີ່ໄປກະຄືວ່າແມ່ນລະນ້າທາງເສັ້ນນີ້ ຫາກບໍ່ຮອດຈຸດໝາຍຈັກເທື່ອ ບາດນີ້ກໍ່ຂີ່ໄປຕໍ່ພັດວ່າໄປຊອດທາງໃໝ່ຊ້ຳ ເບີ່ງໂມງໝັງກະໃກ້ຊິສາຍລະ ແລະຂ້ອຍກໍ່ສະເດີດຕື່ນວ່າບໍ່ໄດ້ເອົາໄປຂັບຂີ່ມາກໍ່ກັບມາເອົາໃບຂັບຂີ່ຢູ່ບ້ານ ແລະ ກໍ່ໄປແວ່ເຮືອນໝູ່ຂ້ອຍ ເພາະບໍ່ຢາກເສຍເວລາຊອກທາງເອົາເອງ ອ້າຍຂອງໜູ່ກໍ່ນຳໝ້າໄປສົ່ງເຖີງທີ່ ແລະສຸດທ້າຍກໍ່ຮອດໂຮງໝັງເສຍທີ ທັງສອງກໍ່ຮີບເຂົ້າໄປຊື້ປີ້ ແລະ ກໍ່ເຂົ້າໄປເບີ່ງໜັງ ພ້ອມທັງຊື້ ປອບຄອນ ລາຄາກ່ອງໃຫຍ່ເພາະວ່າມັນເຕີມໄດ້ (refill) ຕັ້ງ 8 ດອນລ້າ ບໍ່ເອານ້ຳແປບຊີໄດ້ຫັ້ນ ແພງໆໆ ແຕ່ກະຕ້ອງຊື້ເພາະມັນຈື່ງໄດ້ບັນຍາກາດການເບີ່ງໜັງ ຖ້າເອົາແປບຊີແກ້ວໃຫຍ່ຫັ້ນກະຕ້ອງຕື່ມອີກ 5 ດອນ 50 ເຊັນ ແຕ່ຂ້ອຍມີ ນ້ຳໜາກພ້າວໃນກະເປົາແລ້ວ ເຂົາກໍ່ເລີຍບໍ່ໄດ້ເງີນຂ້ອຍ ຮາຮາຮາໆໆ ເບີ່ງໝັງເລື່ອງນີ້ໝົດລະກະ ພາກັນແລ່ນເຂົ້າໄປເບີ່ງເລື່ອງອື່ນຕໍ່ ຮອດ 8 ໂມງແລງ ກໍ່ຊວນກັນກັບບ້ານ ໜັງກໍ່ຍັງບໍ່ຈົບດອກແຕ່ມັນເດີກແລ້ວອອກມາແຕ່ສວາຍ ອອກຈາກໂຮງໝັງ ຂື້ນລົດ ຮອດໄຟແດງລ້ຽວຂວາ ເຮັດຄືໜັ້ນໃຈວ່າຮູ້ທາງອີກເຮົາກະດາຍ ອອກ high way ຂັບໄປເລື້ອຍໆກໍ່ບໍ່ເຫັນ Exit ທີ່ຄຸ້ນຕາຈັກເທື່ອ ຍັງຄົງມຸ່ງໝ້າໄປເລື້ອຍ ໝູ່ຂ້ອຍວ່າ ເຮົາມາທາງຟາກນັ້ນ ສະນັ້ນເຮົາຂີ່ທາງຟາກນີ້ຖືກແລ້ວ ກໍ່ພາກັນຂັບໄປເລື້ອຍໆ ບາດນີ້ເລີ່ມຮູ້ສືກວ່າມັນບໍ່ແມ່ນແລ້ວ ຢາກລ້ຽວຄືນກໍ່ລ້ຽວບໍ່ໄດ້ ມັນບໍ່ມີ U turn on High way ກໍ່ພາກັນອອກ Exit ນີ້ແລ້ວໄປເຂົ້າຖະໜົນອື່ນ ຂັບໄປຂັບໄປຫລົງທາງຊ້ຳ ຂັບໄປອີກກໍ່ໄປເຈີະປ້ຳນ້ຳມັນ ແລ້ວກໍ່ລົງໄປຖາມຫາທາງໄປຖະໝົນ Brookyln Park or Brooklyn Center ຖະໜົນບ້ານຂ້ອຍກັບພະນັກງານຂາຍເຄື່ອງ ເຂົາກໍ່ແຕ້ມແຜນທີ່ໃຫ້ ພວກຂ້ອຍກໍ່ອອກເດີນທາງ ຈົນມາເຈີະໂຮງໜັງ ພວກຂ້ອຍກໍ່ເລີ່ມຈາກໂຮງໝັງໃໜ່ແລະກໍ່ໂທຖາມທາງກັບອ້າຍໝູ່ ເພີ່ນກໍ່ບອກໃຫ້ອອກ Exit ໂຕນີ້ເດີ້ ແລ້ວກໍ່ຂັບໄປ ໃກ້ຈະຮອດ Exit ລະກໍ່ຍັງພາກັນລັງເລໃຈວ່າແມ່ນ Exit ນີ້ບໍ່ ຕັດສີນໃຈໄດ້ກໍ່ບໍ່ຈັກແມັດກໍ່ແມ່ນທາງອອກແລ້ວ ບາດຊີລ້ຽວອອກພັດມີລົດມານຳຫລັງຢ່າງໄວ ກໍ່ເລີຍເຮັດໃຫ້ກາຍ Exit ໄປຊ້ຳ ຈຳເປັນຕ້ອງເດີນໜ້າຕໍ່ໄປ ແລ້ວຊອກຫາ exit ເພື່ອຈະໂຄ້ງລົດກັບຄືນ ຂັບໄປອີກບາດຊິແນມເຫັນ exit ອອກແລ້ວພັດກາຍໄປອີກຊ້ຳ Snow ກໍ່ຕົກ ທາງກໍ່ມືດ ຂີ່ລົດທາງ highway ຕ້ອງຂີ່ໃຫ້ມັນໄດ້ Speed ຂີ່ຊ້າບໍ່ໄດ້ ທັງສອງເລີ່ມພາກັນຢ້ານ ສັ່ນ ຫຼົງທາງ ມາຮອດຕອນນີ້ຂ້ອຍຈື່ງຮູ້ຄວາມໝາຍຂອງຄຳວ່າ High way ແຕ່ກ່ອນຂ້ອຍໄດ້ຍີນຢູ່ແຕ່ກໍ່ຄິດວ່າເປັນເສັ້ນທາງຄືກັນ ເພາະບ້ານຂ້ອຍບໍ່ມີ Highway ສຸດທ້າຍພວກເຮົາກໍ່ເຫັນ exit ແລ້ວກໍ່ກັບລົດ ຂັບໄປດ້ວຍເສັ້ນທາງອັນຍາວໃຊ້ເວລາກ້ຽວໄປວຽນມາເສັ້ນທາງເກົ່ານີ້ 1 ຊົ່ວໂມງແລ້ວ ຂັບມາແນມເຫັນໂຮງໜັງແລ້ວພັດເຂົ້າຜິດ exit ອີກຕ້ອງກັບໄປກັບມາຢູ່ຫັ້ນແລະຄ່ອຍຮອດໂຮງໜັງ ຕ້ອງມາເລີ່ມຕົ້ນທີ່ໂຮງໜັງ ບາດນີ້ຈອດລົດລົງໄປຖາມເສັ້ນທາງທີ່ປ້ຳນ້ຳມັນໜ້າໂຮງໜັງ ແລ້ວສຸດຂອງທີ່ສຸດກໍ່ຮອດບ້ານຢ່າງປອດໄຟ.
  • ບົດຮຽນຄັ້ງນີ້ສອນໃຫ້ຂ້ອຍຮູ້ຄວາມໜາຍຂອງຄຳວ່າ High Way ບາດນີ້ຂ້ອຍຄົງຈະຊື້ GPS ຊ່ອຍຊີ້ທາງ.

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

Follow

Get every new post delivered to your Inbox.