Thanksgiving

ວັນທີ 26 ທີ່ຜ່ານມາເປັນວັນ Thanksgiving ແມ່ນວັນຂອບຄຸນພະເຈົ້າ, ຂອບໃຈພໍ່ແມ່ພີ່ນ້ອງ ເຂົ້າປາອາຫານຕ່າງໆນາໆ ຂອບໃຈຜູ້ມີພະຄຸນ ຂອບໃຈໃນສີ່ງທີ່ເຮົາຢາກຂອບໃຈ ໃນລະຍະວັນຂອບຄຸນພະເຈົ້ານັ້ນ ໂຮງຮຽນຂ້ອຍກໍ່ພັກ 2 ມື້, ມື້ກ່ອນໜ້າ Thanksgiving ແລະກໍ່ມື້ແທ້ ໃນວັນ Thanksgiving ນັ້ນ ຫ້ອງລ້າຫ້ອງການ ຫ້າງຮ້ານຕ່າງໆກໍ່ພາກັນຢຸດ ກິດຈະການກັນໝົດ. ວັນ Thanksgiving ຂອງທຸກໆປີຈະກົງກັບວັນພະຫັດສຸດທ້າຍ (ທີ່ 4th ໝາຍເຖິງມື້ທີ່ 4ຂອງອາທິດກໍ່ຄືວັນພະຫັດ) ຂອງເດືອນ ພະຈິກ ຄືໃນປີນີ້ກົງກັບ NOV 26th, 2009.

  !!  ຄົນສ່ວນໃຫຍ່ພາກັນເຮັດຫຍັງໃນມື້ນີ້ ? !!

  • ວັນ Thanksgiving ຄົນສ່ວນໃຫຍ່ເຂົາຈະພາກັນກິນເຂົ້າຊຸມກັນໂດຍສະເພາະແມ່ນຄົນໃນຄອບຄົວ ແລະຍາດຕິພີ່ນ້ອງ ຫຼືອາດຈະເວົ້າໄດ້ວ່າ ເປັນມື້ລວມຍາດ.
  • ບາງຄົນກໍ່ພາພໍ່ແມ່ໄປກິນເຂົ້ານອກບ້ານ.
  • ບາງຄົນກໍ່ຂັບລົດໄປລວມຍາດທີ່ຕ່າງລັດ.

  !! ມີຫຍັງແດ່ໃນຊ່ວງເທດສະການນີ້? !!

  • ທີ່ ສະຫະລັດຊ່ວງນີ້ແມ່ນ holidays ແລະ Thanksgiving ກໍ່ຖືວັນເປັນ 1 ໃນຊ່ວງ holidays ໃນຮອບປີ ທີ່ບັນດາຫ້າສັບພະສິນຄ້າຕ່າງໆລົດຢ່າງກະໜ່ຳທີ່ສຸດ ຫຼື ວ່າ Big Sales ຄຳໆນີ້ເປັນທີ່ຖືກອົກຖືກໃຈຫຼາຍໃຫ້ແກ່ ບັນດານັກຊ໊ອບ (ນັກຊື້) ໂດຍສະເພາະແມ່ນເຄື່ອງໃຊ້ໄຟຟ້າ.
  • ໃນຮຸ່ງເຊົ້າຂອງວັນຕໍ່ມາ ຫຼັງຈາກວັນ Thanksgiving ກໍ່ແມ່ນວັນ Black Friday ມີຄວາມໝາຍວ່າທາງການວ່າເປັນວັນ Business market ທີ່ພໍ່ຄ້າແມ່ຄ້າຊາວຂາຍຈະຂ້ຽວກອບໂກຍ ຫຼືເຮັດກຳໄລໃຫ້ແກ່ທຸລະກິດຂອງເຂົາ.
  • ບັນດາຫ້າງຮ້ານສັບພະສິນຄ້າພາກັນເປີດຮ້ານຕັ້ງແຕ່ໄກ່ບໍ່ຂັນ ນັບຕັ້ງແຕ່ 4 ໂມງເຊົ້າເປັນຕົ້ນໄປ ບັນດານັກຊ໊ອບກໍ່ພາກັນຕື່ນແຕ່ເດິກເພື່ອຈະໄປຊອບເອົາສິນຄ້າຄຸນນະພາບລາຄາຖືກ 1 ໃນນັ້ນກໍ່ມີຂ້ອຍ.
  • ແມ່, ອ້າຍ, ເອື້ອຍໄພ້ ແລະຕົວຂ້ອຍເອງກໍ່ພາກັນລຸກແຕ່ 3 ໂມງເຊົ້າ ອາບນ້ຳແຕ່ງຕົວຕຽມອອກໄປຊ໊ອບ ອອກໄປປະມານ 4 ໂມງຍັງ ພໍໄປຮອດຫ້າງກໍ່ເຫັນບັນດານັກຊ໊ອບຢືນເຂົ້າ line ຢ່າງຍາວຢຽດ ຢູ່ຕາມແຕ່ ລະທາງເຂົ້າຫ້າງ.
  • ບາງຄົນກໍ່ເອົາຜ້າຫົ່ມໄປນອນຖ້າຕັ້ງແຕ່ມື້ວານ ບາງຄົນກໍ່ໄປຕັ້ງແຕ່ 12 ໂມງ ຫຼື ໂມງ 1 ເພື່ອຢາກຊິງລາງວັນ ເພາະແຕ່ລະຫ້າງຈະມີລາງວັນໃຫ້ແກ່ ລູກຄ້າຄົນທຳອິດທີ່ເຂົ້າຮ້ານ ລາງວັນກໍ່ແມ່ນ Gift Card ຈຳນວນ 1000 ດອນລ້າໃຫ້ຊ໊ອບສິນຄ້າຂອງຫ້າງຮ້ານນັ້ນໆ.
  • ສາເຫດທີ່ບັນດານັກຊ໊ອບໄປຊ໊ອບຕັ້ງແຕ່ໄກ່ບໍ່ຂັນກໍ່ເພາະຢາກໄດ້ສິນຄ້າຄຸນນະພາບລາຄາຖືກທີ່ຕົນຄາດຝັນ. ຄະຕິຂອງພວກເຂົາກໍ່ຄື “ຕ້ອງໄປໄວໆ ສິນຄ້າມີຈຳນວນຈຳກັດ ຕ້ອງຢ່າລໍຊ້າ ຖ້າຊ້າແລ້ວຈະເສຍໃຈ“.

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

Follow

Get every new post delivered to your Inbox.