ວັນຄິສມາດແທ້ໆຊ້ຳພັດບໍ່ອອກໄປໃສເລີຍ ຕື່ນຂຶ້ນມາກໍ່ 10 ໂມງເກືອບເຄິ່ງລະ ແນມອອກໄປປະຕູປ່ອງຢ້ຽມເຫັນນ້ຳແຂງໃສຕົກລົງມາຈາກທ້ອງຟ້າຢ່າງຫຼວງຫຼາຍ ສວຍງາມອອນຊອນແທ້ນາ ກະວ່າຈະເອົາ Hellblue boy ຫຼື ນ້ຳຊະໂລ້ອອກໄປໂຮຍແຖມນົມຂຸ້ນນ້ອຍໝີ່ງ ອືມ ເປັນຕາແຊບ ຢູ່ເຮືອນຊ້ຳພັດບໍ່ມີ ເອື ເວົ້າມາຮອດນີ້ລະພີ່ນ້ອງອາດຈະຍັງສົງໃສວ່າ ນ້ຳແຂງໃສ ທີ່ເຮົາກ່າວໄປແມ່ນຫຍັງ ຈະສະເຫລີຍໃຫ້ຟັງ ນັ້ນກໍ່ຄື ຫິມະ ນັ້ນເອງ ເຮົາເຫັນມັນຕົກຫລາຍກໍ່ເລີຍຊວນເອື້ອຍ ແລະນ້າສາວອອກໄປຫລີ້ນຫິມະຢູ່ໜ້າບ້ານ ຕຽມຕົວໃສ່ຊຸດອາວະກາດ ໝວກ ຖົງມື ເສື້ອຊູຊີບ ເກີບໂບກ ຮາຮາ ແຖມຍັງຖືຊ້ວນອີກຄົນລະອັນ ເວົ້າໄປເວົ້າມາລະມັນບໍ່ແມ່ນຂຶ້ນໄປອາວະກາດແລ້ວ ອັນນີ້ມັນຊິໄປເປັນກຳມະກອນກໍ່ສ້າງແລ້ວນິ ຕຽມປະຕິບັດການ ເຮົາເປັນຜູ້ລິເລີ່ມບຸກເບີກ ແລະນຳທາງ ໂດຍການແກະຮອຍທາງເດີນໃຫ້ໝູ່ ກ້າວທຳອິດ ຂາຂອງເຮົາກໍ່ຈົມລົງຫິມະ ໜ້າແຄ່ງໝື່ງແລ້ວ ກໍ່ແກະຮອຍໄປເລື້ອຍໆຈົນເຖຶງສະຖານທີ່ເປົ້າໝາຍ ແຮະໆໆ ມາຣອດແລ້ວ ເລື່ມລົງມືໄດ້ ຕ່າງຄົນກໍ່ພາກັນໂກຍເອົາຫິມະ ຖົມຂື້ນຖົມຂຶ້ນໃຫ້ເປັນຄືພູ ແລ້ວກໍ່ປັບແປງໃຫ້ເປັນຣູບຣ່າງຂື້ນ ມືແລະຕີນຂ້ອຍຣູ້ສຶກໄດ້ເຖິງຄວາມເຢັນ ມັນເລື່ມແຂງ ບໍ່ມີຄວາມຣູ້ສືກ ກໍ່ຂ້ຽວເລັ່ງມືໃຫ້ໂຄງການສຳເລັດໄວໆ ພວກເຣົາສ້າງໂຄນນີ້ງໃນທ່າມກາງຫິມະຕົກປ່ອຍໆໆ ຊ່າງງົດງາມອີຫຼີ ແປງໂຕແລ້ວ [...]
Archive for December, 2009
7 Dec
ຕາຍໆໆໆ ເຮັດໄປໄດ້ແນວໃດ
ໄດ້ໃບຂັບຂີ່ມາບໍ່ເທົ່າໃດກະເຮັດເປັນເກັ່ງ ໄປໃສມາໃສຄົນດຽວຢ່າງປີກກ້າຂາແຂງອີກ ພໍແຕ່ໄດ້ໃບຂັບຂີ່ ມື້ຕໍ່ມາກໍ່ຊວນໝູ່ໄປຊອບປີ້ງ ຂົນໝູ່ຂຶ້ນລົດຕັ້ງ 5-6 ຄົນ ຊ້ຳບໍ່ໜຳຂີ່ອອກ High Way ອີກ ແຕ່ເຫດການຜ່ານໄປຢ່າງປົກກະຕິ ເພາະມີໝູ່ຜູ້ທີ່ຮູ້ທາງຕິດລົດມານຳ. ມື້ໜຶ່ງຂ້ອຍເລົ່າສູ່ໝູ່ຂ້ອຍຄົນອາຟິກາຟັງວ່າ ຂ້ອຍໄປເບິ່ງໜັງ 2012 ນຳຄອບຄົວຂ້ອຍມາ ແລະ !ພີ່ນ້ອງຂ້ອຍກໍ່ບອກຂ້ອຍວ່າ ເພິ່ນມາເບີ່ງໜັງຊຸດກ່ອນນີ້ເພິ່ນເບິ່ງ 2 ເລື່ອງ! ຂ້ອຍກໍ່ເວົ້າໃຫ້ພີ່ນ້ອງ ບໍ່ປະຫຍັດ ເລີຍເນາະ ລາວຕອບວ່າ ບໍ່ແມ່ນບໍ່ປະຫຍັດ ກະຊື້ປີ້ດຽວຫັ້ນແລະ ຫາກເຂົ້າໄປເບີ່ງ 2 ເລື່ອງ ຂ້ອຍກ່າວຂື້ນວ່າ ແມ່ນນນນນຊຳເບາະ ! ຕວະກັນຕີ! ເມື່ອຂ້ອຍໄປເອງຂ້ອຍຈຶ່ງຮູ້ວ່າ ເຮົາສາມາດເຮັດໄດ້ ເພາະວ່າເຂົາຈີກປີ້ໜັງແຕ່ທາງເຂົ້າພຸ້ນນະ ບາດເຂົ້າມາໂຮງ ກະບໍ່ມີໃຜມາເກັບປີ້ ຫຼືວ່າມາເຊັກເບີ່ງວ່ານັ່ງຕາມປີ້ຫຼືບໍ່ ໃນນັ້ນ ມັນມີປະມານ 10 ປາຍໂຮງ ແຕ່ລະໂຮງກໍ່ສາຍໝັງທີ່ແຕກຕ່າງກັນອອກໄປ ດັ່ງນັ້ນ ກໍ່ເປັນເຫດໃຫ້ເກີດເລື້ອງນີ້. ໝູ່ຂ້ອຍແລະຂ້ອຍກໍ່ພາກັນມຸ່ງໝ້າ ໄປເບິ່ງໜັງ ຕ່າງຄົນຕ່າງບໍ່ຮູ້ທາງ ເພາະໝູ່ຂ້ອຍຄົນນີ້ກໍ່ຫາກໍ່ມາຢູ່ໄດ້ບໍ່ດົນຄືກັບຂ້ອຍ ແຕ່ຂ້ອຍບອກໝູ່ຂ້ອຍວ່າຂ້ອຍພໍຈື່ີໆທາງໄປຢູ່ ໝູ່ຂ້ອຍກໍ່ຕອບຕົກລົງທັນທີ ຫຼັງເລິກຮຽນກໍ່ພວກເຮົາກໍ່ພາກັນປະຕິບັດການທັນທີ ຂີ່ໄປຂີ່ໄປກະຄືວ່າແມ່ນລະນ້າທາງເສັ້ນນີ້ ຫາກບໍ່ຮອດຈຸດໝາຍຈັກເທື່ອ ບາດນີ້ກໍ່ຂີ່ໄປຕໍ່ພັດວ່າໄປຊອດທາງໃໝ່ຊ້ຳ ເບີ່ງໂມງໝັງກະໃກ້ຊິສາຍລະ ແລະຂ້ອຍກໍ່ສະເດີດຕື່ນວ່າບໍ່ໄດ້ເອົາໄປຂັບຂີ່ມາກໍ່ກັບມາເອົາໃບຂັບຂີ່ຢູ່ບ້ານ ແລະ ກໍ່ໄປແວ່ເຮືອນໝູ່ຂ້ອຍ [...]
2 Dec
Thanksgiving
ວັນທີ 26 ທີ່ຜ່ານມາເປັນວັນ Thanksgiving ແມ່ນວັນຂອບຄຸນພະເຈົ້າ, ຂອບໃຈພໍ່ແມ່ພີ່ນ້ອງ ເຂົ້າປາອາຫານຕ່າງໆນາໆ ຂອບໃຈຜູ້ມີພະຄຸນ ຂອບໃຈໃນສີ່ງທີ່ເຮົາຢາກຂອບໃຈ ໃນລະຍະວັນຂອບຄຸນພະເຈົ້ານັ້ນ ໂຮງຮຽນຂ້ອຍກໍ່ພັກ 2 ມື້, ມື້ກ່ອນໜ້າ Thanksgiving ແລະກໍ່ມື້ແທ້ ໃນວັນ Thanksgiving ນັ້ນ ຫ້ອງລ້າຫ້ອງການ ຫ້າງຮ້ານຕ່າງໆກໍ່ພາກັນຢຸດ ກິດຈະການກັນໝົດ. ວັນ Thanksgiving ຂອງທຸກໆປີຈະກົງກັບວັນພະຫັດສຸດທ້າຍ (ທີ່ 4th ໝາຍເຖິງມື້ທີ່ 4ຂອງອາທິດກໍ່ຄືວັນພະຫັດ) ຂອງເດືອນ ພະຈິກ ຄືໃນປີນີ້ກົງກັບ NOV 26th, 2009. !! ຄົນສ່ວນໃຫຍ່ພາກັນເຮັດຫຍັງໃນມື້ນີ້ ? !! ວັນ Thanksgiving ຄົນສ່ວນໃຫຍ່ເຂົາຈະພາກັນກິນເຂົ້າຊຸມກັນໂດຍສະເພາະແມ່ນຄົນໃນຄອບຄົວ ແລະຍາດຕິພີ່ນ້ອງ ຫຼືອາດຈະເວົ້າໄດ້ວ່າ ເປັນມື້ລວມຍາດ. ບາງຄົນກໍ່ພາພໍ່ແມ່ໄປກິນເຂົ້ານອກບ້ານ. ບາງຄົນກໍ່ຂັບລົດໄປລວມຍາດທີ່ຕ່າງລັດ. !! ມີຫຍັງແດ່ໃນຊ່ວງເທດສະການນີ້? !! ທີ່ ສະຫະລັດຊ່ວງນີ້ແມ່ນ holidays ແລະ [...]
ຄວາມເຫັນຂອງຊາວໂລກ