Archive for November, 2009

ໄຊໂຍ ເສັງຜ່ານແລ້ວ

ງຽບຫາຍໄປດົນເລີຍເຮົາ ຫຍຸ້ງໆແດ່ ເຮັດວຽກແດ່ ຮຽນແດ່ ມື້ນີ້ກໍ່ເປັນອີກວັນທີ່ມີຄວາມສຸກ ເສັງໃບຂັບຂີ່ ຜ່ານ ຫັ້ນນະ ເປັນຄັ້ງທີ່ 3 ໄດ໋ນີ໋ ຄັນບໍ່ຜ່ານນີ້ກະບໍ່ຮູ້ຈະຮ້ອງຕົວເອງວ່າແນວໃດລະ ໄປເສັງເທື່ອນີ້ກໍ່ເກືອບບໍ່ໄດ້ ເພາະ ຕອນຈອດແນວຂວາງຫັ້ນ ໃນຂະນະທີ່ຈອດແລ້ວ ເຂົາສັ່ງໃຫ້ອອກລົດໄປຂ້າງໜ້າເລັ່ງອອກໄປເກືອບບໍ່ຫວິດ ຫຼັກທີ່ຕັ້ງໄວ້ ເຮີ້ຍ ໂລ່ງອົກທີ່ເສັງຜ່ານລະ. ຈາກນີ້ຕໍ່ໄປຢາກໄປໃສກໍ່ໄປເອງໄດ້ ໂດຍບໍ່ຕ້ອງຖ້າໄປເພິ່ງໃຜອີກ, ຂັບໄປຮຽນ ໄປເຮັດວຽກໄດ້ເອງແລ້ວດີໃຈເດ້. ເວົ້າໄປເວົ້າມາເຮົາກະບໍ່ໄດ້ໂທໄປຖາມຂ່າວຄາວໜູ່ຄູ່ທີ່ລາວດົນລະ ເບິ່ງມື້ໃດຫາໂອກາດໂທໄປຫຼິ້ນນຳເຂົາກ່ອນ ສົງໃສຕອນນີ້ ຫຼ້າຄືຊິເກີດລູກລະຕິ ປານນີ້ ດີໃຈນຳໜູ່ ຈັກຫນ່ອຍກະໝູ່ອີກຄົນກະຊິແຕ່ງງານລະ ເບິ່ງໝູ່ຄູ່ພາກັນ ແຕ່ງງອກ ແຕ່ງງານ ອອກເຮືອນ ມີລູກມີເຕົ້າໄປໜົດລະ ບາດຕົວເອງແຟນກໍ່ຍັງບໍ່ມີ 555+ ໂອ້ຍຈັ່ງແມ່ນເວົ້າໃຫ້ ໂຕເອງເນາະ ເຮົານີ້ກະດາຍ.

Continue reading »

Follow

Get every new post delivered to your Inbox.