22
Oct
ບ້ານຜີສິງ
Posted October 22, 2009 by angeldragon in ສາລະໜ້າຮູ້. 1 Comment

- ເສົາທີ່ 18 ຕຸລາທີ່ຜ່ານມາບັນດາເອື້ອຍຂ້ອຍແລະຂ້ອຍ ລວມທັງໜົດ 5 ທ່ານ ໄດ້ພາກັນໄປບ້ານຜີສິງ,ພາກັນ ອອກບ້ານໄປຕອນຄ່ຳ 7 ໂມງ 30 ນາທີ ອອກໄປຂອງວ່າງທີ່ຮ້ານອາຫານແອບເປີທາຍເຊີກ່ອນ ຂ້ອຍກໍ່ສັ່ງກຸ້ງ ທອດກອບ ສ່ວນເອື້ອຍຂ້ອຍກໍ່ດື່ມນ້ອຍໜຶ່ງ ເພື່ອບິ໊ວອາລົມ ອິອິອິອິ ນັ່ງຫຼິ້ນເພື່ອຂ້າເວລາໃຫ້ຮອດ 9 ໂມງປາຍ ຄ່ອຍພາກັນປັດກົ້ນອອກຈາກຮ້ານ ເພາະເອື້ອຍຂ້ອຍເພີ່ນນັດໜູ່ເພີ່ນໄປເຈີະກັນຢູ່ຈຸດທີ່ໝາຍເລີຍ ອາກາດມື້ນີ້ກໍ່ປະ ມານ 4 ອົງສາເຊວຊຽດ.
- ການແຕ່ງໂຕຂອງຂ້ອຍມື້ນີ້ແມ່ນເສື້ອລາຍຕົກເຂົ່າກັບສົ້ງແລກກີ້ງຮັດຮຸ່ນ ແລະ ເສື້ອກັນໝາວໝາໆ ກັບເກີບບູດສົ້ນ ສູງຄືຊິບໍ່ໄດ້ຍ່າງຫລາຍປານໃດ ບັດນີ້ເລີ່ມອອກເດີນທາງຈະໃຊ້ເວລາໃນການເດີນທາງປະມານ 45 ນາທີເນາະ ອ້າວບາດນີ້ໃກ້ຈະເຖິງທີ່ໝາຍແລ້ວ ໂອ້ທາງເຂົ້າມືດໆໆບັນຍາກາດຄືກັບຂັບລົດເຂົ້າໃນປ່າດົງດິບນີ້ແຫລະ ເຂົ້າໄປ ເລິກເຕີບລະຍັງບໍ່ເຫັນມີລົດຈັກຄັນ…
- ອຸປ ປ່າ ເຫັນແລ້ວມີລົດນຳຫຼັງມາແລ້ວ ຂັບເຂົ້າໄປອີກຊົ່ວໄລຍະໜຶ່ງກໍ່ເຫັນລົດ ຈອດລຽນກັນຊ້າຍລ້າຍປານກັບມາ ບຸນທາດຫຼວງ ເຮົາມາຮອດແລ້ວ ພາກັນລົງລົດແລ້ວກໍ່ຍ່າງມຸ່ງໜ້າໄປຫາປະຕູ ທາງເຂົ້າງານ ເວນຂ້ອຍລະ ຂ້ອຍ ໃສ່ບູດສົ້ນສູງມາ ຄົນອື່ນພາກັນໃສ່ບັງຕູກມາໝົດ ບໍ່ມີໃຜບອກຂ່້ອຍລະອຽດ ວ່າຕ້ອງໄດ້ຍ່າງໄກແລະຕ້ອງຕາກ ໝອກດົນ ຈັ່ງໃດກະໄດ້ອົດເອົາ ມາຮອດລະເດ້ ບ້ານຫຼັງແລກທີ່ພວກເຮົາເຂົ້າ ແມ່ນ The Butcher House ເອື້ອຍເຮົາເປັນຄົນອອກໝ້າ ເຮົາຫ້ອຍກົ້ນ ອິອິິອິ ເຂົ້າໄປແລ້ວບໍ່ເຫັນຫຍັງເລີຍ ມັນມືດ… ເຫັນແສງແລ້ວໝ້ອຍໜື່ງ ໂອະໂອ່ ຜີນຳມາ ກາກກກກ ໄປແມະໄປແມະ ກີດໆໆໆໆ ອອກມາແລ້ວ ເຫີ້ຍມ່ວນ…
- ແລ້ວກໍ່ພາກັນໄປເຂົ້າບ້ານ Vampire Chambou, Phobia Frights, 3D Circus, Mind Bender ເຂົ້າແຕ່ລະຫຼັງຕ້ອງໄດ້ ເຂົ້າແຖວ (ຄິວ) ຄົນຫລາຍ ແຕ່ເວລາເຂົ້າເຂົາຈະອະນຸຍາດເຂົ້າເທື່ອ ລະບໍ່ເກີນ 5 ຄົນ ເຂົ້າໄປບ້ານ Mind Bender ຈົນຊິເປັນວິນ ມັນພາຂ້ອຍໝູນປານກັບວ່າຢູ່ເຂົາວົງກົດນີ້ແຫລະ ຕໍ່ໄປເຮົາຈະໄປ ເຂົ້າບ້ານ Maze ບ້ານຫຼັງນີ້ເຂົ້າຄິວຍາວໆ ບ້ານຫຼັງບັກໃຫຍ່ເວີຍ ອາກາດໜາວເຂົ້າໆໆ ຈົນວ່າ 11 ໂມງເຄິ່ງລະ ໝາວຈົນສັ່ນລະນິ ຮອດຜຽນພວກເຮົາເຂົ້າໄປແລ້ວ ມີແຕ່ແມ່ມົດເວີຍ ອູ້ມີໄດໂນຊໍ ແລະ ສັບປະຫຼາດທີ່ເປັນຕາ ຂີ້ດຽດຄືໃນໜັງເມກາເລີຍ ຕອນນີ້ກຳລັງທ່ອງໂລກປະຈົນໄພຢູ່ ຄັກດີ ລະວັງ… ມືດໆໆໆ ກ໊າກໆໆໆໆໆໆໆໆໆໆ…. ຮື ບໍ່ຖ້າກັນແດ່ ເຫັນແຕ່ປ້າຍ EXIT ຢູ່ຕະຫຼອດທາງ ຫາກບໍ່ຮອດທາງອອກຈັກເທື່ອ ເຢ້ອອກມາແລ້ວ ເຢັນເວີຍ ອ້າວຍັງບໍ່ແມ່ນທາງອອກເທື່ອຫວາ ຍັງມີອີກຢູ່ ຕ້ອງໄດ້ປະເຊີນໜ້າກັບຜີອີກຢູ່ ສູ້ໆ… ກີ໊ດໆໆໆໆໆ ອອກມາຈົນໄດ້ ເຮີ້ຍ.
- ສຸດທ້າຍແມ່ນຈະໄປຂີ່ Hayride ພາສາບ້ານເຮົາແມ່ນຂີ່ລົດອີ່ແຕນຫັ້ນແລະ ນັ່ງຢູ່ເທິງກອງເຟືອງ ແຕ່ຊົ່ວຊິໄປຂື້ນລົດກໍ່ຕ້ອງຍ່າງໄປອີກແຮງໃສ່ບູດສົ້ນສູງຢູ່ ຍ່າງຜ່ານປ່າອີກ ຮູ້ສຶກໄດ້ເລີຍວ່າຕີນຂ້ອຍມັນຊາໄປໝົດ ມັນແຂງເລີຍ ໝາວອະຫຼີ ຮຸຮຸຮຸ. ພາກັນຂຶ້ນອີ່ແຕນແລ້ວມຸ່ງໜ້າເຂົ້າປ່າແລ້ວຕຽມເບິ່ງວ່າມີຫຍັງຈະເກີດຂື້ນ ແຕ່ໂຊກດີທີ່ຂ້ອຍໄດ້ນັ່ງເທິງເຟືອງ ບໍ່ໄດ້ນັ່ງບ່ອນທີ່ຕ້ອງເອົາຂາຢ່ອນລົງ ມັນຊິມີຫຍັງເຊີໄພ້ຫລາຍໂພດ, ມັນກະເປັນປະສົບການອັນໜຶ່ງທີ່ຂ້ອຍໄດ້ເຈິະ.
Like this:
Be the first to like this post.
Posted by november on October 26, 2009 at 7:18 AM
ບໍ່ເຫັນຊິເກັ່ງເນາະມຶງ,ແຄ່ບ້ານຜີສີງຊື່ໆກະຢ້ານ 5555.
ດຽວມື້ໜ້າກູໄປຫາ,ລະພາກູໄປແນ່ເດີບ້ານຜີສິງ ຮ່ະ ຮ໋ະ ຮ່ະ