Archive for October, 2009

+ໄປປ່ອຍຜີບໍ່ພີ່ນ້ອງ!

 ມື້ນີ້ກະເປັນມື້ປ່ອຍຜີ ຫຼື ວັນຮາໂລວີນ ແຕ່ກະບໍ່ໄດ້ປ່ອຍຜີທາງໃດຕ້ອງ ເພາະຕ້ອງໄດ້ຍື່ນມືເຂົ້າຊ່ວຍເຫຼືອສັງຄົມທີ່ ຮ້ານ ອາຫານ ຕັ້ງແຕ່ 11 ໂມງຈົນຮອດ 7 ໂມງແລງ ບໍ່ມີເວລາພັກເລີຍ ບໍລິການຕະຫຼອດ 8 ຊົ່ວໂມງ ລູກຄ້າມື້ນີ້ມີແຕ່ ອ້າຍນ້ອງລາວສູງເຮົາ ບໍ່ໄດ້ຄ່າຍບໍລິການຫຼາຍປານໃດ (ໜຽວ) ເຮັດໂຕະທ້າວເປື້ອນໆ ແຕ່ໃຫ້ຄ່າບໍລິການໜ້ອຍ ດຽວ ຫຸຫູ ແຕ່ຢ່າງໃດກໍ່ຕາມ ດີໃຈທີ່ຫາເງິນໄດ້ຈາກນ້ຳພັກນ້ຳແຮງຂອງໂຕເອງ. ຫຼັງເລິກວຽກມື້ນີ້ກະວ່າຈະໃຫ້ ເພື່ອນຮ່ວມງານໄປສົ່ງບ້ານ ພໍຍ່າງອອກມາໜ້າຮ້ານ ອ້າຍຂ້ອຍກໍ່ມາຖ້າຮັບລະ ເພາະຄອບຄົວເພິ່ນພາສະໜຸນໄປເລາະຂໍເຂົ້າໜົມມາ ຂຶ້ນລົດ ອັດສະວິນນ້ອຍ (ຫຼານຊາຍ) ຂອງຂ້ອຍ ກໍ່ເອົາຄຸຸໝາກອຶເຂົ້າໝົມມາອ້າງຂ້ອຍ ມື້ນີ້ລາວແປງລ້າງເປັນ ຊຸບເປີແມນ. ບໍ່ໄດ້ຢາຍເຂົ້າໝົມອົມຊ້ຳ ມາຮອດບ້ານກໍ່ເມື່ອແລ້ວ ກໍ່ເລີຍປິດໄຟໜ້າບ້ານໄວ້ ຖ້າເປີດໄວ້ລະຊິມີຄົນມາເຄາະ ພໍ່ແມ່ກໍ່ໄປການ ສ່ວນອ້າຍເອື້ອຍຫຼານໆກໍ່ໄປບ້ານໜູ່ຕໍ່ ຫຼັງຈາກມາສົ່ງຂ້ອຍ. ມື້ອື່ນຈະໄປຊົດເຊີຍທີ່ມື້ນີ້ບໍ່ໄດ້ໄປໃສ ຈະໄປກິນອາຫານອີຕາລ້ຽນ ໄປເລາະຖ່າຍຮູບ ກັບເພື່ອນຮ່ວມງານຂອງຂ້ອຍ ໂອ້ແຖມໂມງຍັງປ່ຽນໃຫ້ຊ້າລົງ ຊົ່ວໂມງໝື່ງ ຍ້ອນວ່າ ເລີ່ມເຂົ້າລະດູໜາວແລ້ວ ດີຄືກັນ ໄດ້ນອນຕື່ນສວາຍຂື້ນອີກ [...]

Continue reading »

ເລື່ອງໃກ້ຕົວ (ຂີ້ປາຊີວ)

ເຂົ້າຮຽນໄດ້ເກືອບຊິສອງເດືອນແລ້ວ ຫາກໍ່ຄົ້ນພົບຄວາມຈິງທີ່ໃກ້ຕົວທີ່ສຸດຄື ຍ່ານາງເອຍມາ ຊາວແມັກຊີກັນ ໄວປະມານ 49 ປີ ທີ່ຂ້ອຍນັ່ງຮຽນໃກ້ລາວທຸກໆມື້ວ່າ ລາວເປັນເພື່ອນບ້ານຂ້ອຍ ເຊິ່ງຄວາມເປັນມາຂອງການເປີດເຜີຍຄວາມຈິງມີຢູ່ວ່າ ມື້ນີ້ມີຮຽນເລື່ອງການສົນທະນາ ລະໄປໆມາໆແນວໃດກໍ່ບໍ່ຮູ້ ຍ່ານາງຈວນຖາມເລື່ອງວຽກຂອງຂ້ອຍວ່າໄປເຮັດວຽກຢູ່ໃສແລ້ວ ຂ້ອຍກໍ່ຕອບໄປວ່າ ເຮັດຢູ່ຮ້ານອາຫານຢູ່ຖະໜົນ 85 ໃກ້ Festival ແລະ ຢູ່ບໍ່ໄກຈາກບ້ານຂອງຂ້ອຍ ໃຊ້ເວລາຍ່າງປະມານ 10 ນາທີ ໃນຂະນະດຽວກັນ  ຍ່ານາງ ເອຍມາກໍ່ແຊກຂື້ນມາວ່າ ໂອ້ບ້ານຂ້ອຍກໍ່ຢູ່ແຖວນັ້ນ ການສົນທະນາຫົວຂໍ້ ບ້ານຂອງຂ້ອຍ ກໍ່ເລີ່ມຂື້ນ. ຍ່ານາງເອຍມາ ກໍ່ອະທິບາຍໄປວ່າ ບ້ານຂອງລາວຢູ່ຖະໜົນ ເຈມສ ເອວີນູ Jame Ave  ແລ້ວ ຂ້ອຍກໍ່ບອກວ່າ ຂ້ອຍຢູ່ຖະໜົນ ເຊຍລ່າ ພາກເວ Sierra PKWY ແລະຂ້ອຍກໍ່ເວົ້າຕໍ່ວ່າເຮົາຢູ່ໃກ້ກັນແມ່ນບໍ່ ແລ້ວຍ່ານາງກໍ່ຖາມຄືນວ່າ ແມ່ນບ້ານເຈົ້າບໍ່ທີ່ມີ ສະລອຍນ້ຳ ຢູ່ຫຼັງບ້ານ ຂ້ອຍກໍ່ຕອບວ່າ ແມ່ນແລ້ວ ແມ່ນພໍ່ ຫຼື ແມ່ ຫຼື ເອື້ອຍເຈົ້າບໍ່ທີ່ມັກເຮັດກິນຢູ່ຫຼັງບ້ານ ຂ້ອຍກໍ່ຕອບວ່າ ແມ່ນແລ້ວ ຂ້ອຍກໍ່ຖາມລາວຄືນວ່າ [...]

Continue reading »

ບ້ານຜີສິງ

    ເສົາທີ່ 18 ຕຸລາທີ່ຜ່ານມາບັນດາເອື້ອຍຂ້ອຍແລະຂ້ອຍ ລວມທັງໜົດ 5 ທ່ານ ໄດ້ພາກັນໄປບ້ານຜີສິງ,ພາກັນ ອອກບ້ານໄປຕອນຄ່ຳ 7 ໂມງ 30 ນາທີ ອອກໄປຂອງວ່າງທີ່ຮ້ານອາຫານແອບເປີທາຍເຊີກ່ອນ ຂ້ອຍກໍ່ສັ່ງກຸ້ງ ທອດກອບ ສ່ວນເອື້ອຍຂ້ອຍກໍ່ດື່ມນ້ອຍໜຶ່ງ ເພື່ອບິ໊ວອາລົມ ອິອິອິອິ ນັ່ງຫຼິ້ນເພື່ອຂ້າເວລາໃຫ້ຮອດ 9 ໂມງປາຍ ຄ່ອຍພາກັນປັດກົ້ນອອກຈາກຮ້ານ ເພາະເອື້ອຍຂ້ອຍເພີ່ນນັດໜູ່ເພີ່ນໄປເຈີະກັນຢູ່ຈຸດທີ່ໝາຍເລີຍ ອາກາດມື້ນີ້ກໍ່ປະ ມານ 4 ອົງສາເຊວຊຽດ. ການແຕ່ງໂຕຂອງຂ້ອຍມື້ນີ້ແມ່ນເສື້ອລາຍຕົກເຂົ່າກັບສົ້ງແລກກີ້ງຮັດຮຸ່ນ ແລະ ເສື້ອກັນໝາວໝາໆ ກັບເກີບບູດສົ້ນ ສູງຄືຊິບໍ່ໄດ້ຍ່າງຫລາຍປານໃດ ບັດນີ້ເລີ່ມອອກເດີນທາງຈະໃຊ້ເວລາໃນການເດີນທາງປະມານ 45 ນາທີເນາະ ອ້າວບາດນີ້ໃກ້ຈະເຖິງທີ່ໝາຍແລ້ວ ໂອ້ທາງເຂົ້າມືດໆໆບັນຍາກາດຄືກັບຂັບລົດເຂົ້າໃນປ່າດົງດິບນີ້ແຫລະ ເຂົ້າໄປ ເລິກເຕີບລະຍັງບໍ່ເຫັນມີລົດຈັກຄັນ… ອຸປ ປ່າ ເຫັນແລ້ວມີລົດນຳຫຼັງມາແລ້ວ ຂັບເຂົ້າໄປອີກຊົ່ວໄລຍະໜຶ່ງກໍ່ເຫັນລົດ ຈອດລຽນກັນຊ້າຍລ້າຍປານກັບມາ ບຸນທາດຫຼວງ ເຮົາມາຮອດແລ້ວ ພາກັນລົງລົດແລ້ວກໍ່ຍ່າງມຸ່ງໜ້າໄປຫາປະຕູ ທາງເຂົ້າງານ ເວນຂ້ອຍລະ ຂ້ອຍ ໃສ່ບູດສົ້ນສູງມາ ຄົນອື່ນພາກັນໃສ່ບັງຕູກມາໝົດ ບໍ່ມີໃຜບອກຂ່້ອຍລະອຽດ ວ່າຕ້ອງໄດ້ຍ່າງໄກແລະຕ້ອງຕາກ ໝອກດົນ [...]

Continue reading »

ໃບໄມ້ຫຼົ່ນຍ່າງເຂົ້າລະດູໝາວທີ່ມີນນິໂຊຕ້າ

ມື້ນີ້ເປັນມື້ແລກໃນປີ ແລະ ກໍ່ເປັນມື້ແລກທີ່ເຮົາເຫັນຫິມະຕົກ ທີ່ຈິງຍັງບໍ່ຮອດລະດູໝາວເທື່ອຊ້ຳ ມັນຍັງເປັນລະດູໃບໄມ້ຫຼົ່ນຢູ່ ເບິ່ງໄດ້ຈາກຮູບພາບປະກອບ ຈະເຫັນໃບໄມ້ປົກຄຸມໄປທົ່ວເດີ່ນຫຍ້າ ພ້ອມທັງມີເກັດຫິມະເປັນຍ່ອມໆໆ ແຕ່ ຕອນອອກໄປຖ່າຍ ພາບນີ້ ຫິມະມັນເລີ່ມ ລະລາຍແລ້ວອອກໄປ ຕອນສວາຍແດ່ ກໍ່ຖືວ່າປີນີ້ເຂົ້າໝາວ ໄວເພາະຍັງບໍ່ໝົດ ລະດູໃບໄມ້ຫຼົ່ນເລີຍກໍ່ ຍັງມີຫິມະເສີຍ ຄວາມຮູ້ສຶກຕອນຍ່າງອອກ ໄປຖ່າຍ ພາຍໝ້າບ້ານ ມັນບໍ່ໄດ້ໜາວຫຍັງດອກ ແຕ່ມັນຮູ້ສຶກເຢັນໆຄືວ່າ ເຮົາເຂົ້າໄປຢູ່ ໃນຕູ້ເຢັນປະມານນັ້ນແຫລະ ມື້ນີ້ກໍ່ເປັນມື້ວັນເສົາຂ້ອຍກໍ່ບໍ່ໄດ້ອອກໄປໃສດອກ ນັ່ງຖັກຜ້າພັນຄໍໄວ້ໃສ່ຍາມໝາວ ແລ້ວຂ້ອຍກໍ່ເຮັດເຂົ້ານົມໝໍ້ແກງ ກັບ ເຂົ້າໝຽວກະທິເປັນຄັ້ງແລກທີ່ລົງມືເຮັດ ແຕ່ບໍ່ໜ້າເຊື່ອວ່າຈະແຊບປານນີ້ ປານກັບອໍເດີ້ມາຈາກຮ້ານອາຫານເລີຍ ໂອ້ໂຫ ຝີມືຕົວເອງນີ້ ສຸດຍອດໄປເລີຍ ເກັ່ງໆໆ 555+ ບໍ່ມີໃຜຍ້ອງກໍ່ຍ້ອງຕົວເອງ ສ່ວນພໍ່ຂ້ອຍກໍ່ຕໍ່ເທີບເຮືອນທາງກາລ້າລົດ ອອກເຮັດບ່ອນເກັບເຄື່ອງໝ້ອຍໜຶ່ງ ຍ່າງເຂົ້າໄປກາລ້າລົດປານກັບໄຂເຂົ້າຕູ້ເຢັນ ຂອງກິນນີ້ບໍ່ຈຳເປັນເອົາໃສ່ຕູ້ເຢັນເລີຍ ເພາະບໍ່ໄດ້ເປີດ Heat ເອົາປະໄວ້ໃນກາລ້າ ກາລ້າລົດເຮືອນຂ້ອຍບໍ່ໄດ້ເອົາລົດຈອດໄວ້ດອກ ມີແຕ່ຕູ້ເຢັນແລະ ເປັນຫ້ອງສະນຸກເກີ້ອ້າຍຂ້ອຍ ແຕ່ຍາມໝາວນີ້ກໍ່ບໍ່ໄດ້ຕີດອກສະນຸກຫັ້ນ ມັນໝາວ ຫູ້ ໝາວໆໆ.

Continue reading »

ເພື່ອນຕ່າງຊາດ My beautiful E Class

ພວກເຮົາມາຈາກຫລາຍປະເທດໃນນັ້ນມີລາວຢູ່ສອງຄົນຄື (ອະທິບາຍຮູບທີ່ຖ່າຍນຳກັນ 7 ຄົນ) ຍິງທີ່ໃສ່ເສື້ອສີແດງຢູ່ທາງຊ້າຍສຸດ ຜົມດຳແມ່ນ ລາວເຮົາເອງ ແຕ່ເປັນລາວຢູ່ເຂດເໜືອສຸດ ຊັ້ນສູງ ຫລື ລາວສູງນັ້ນເອງມີຊື່ສຽງລຽງນາມວ່າ ນາງ ຢຽວ. ສ່ວນຄົນທີ່ໃສ່ເສື້ອແຈັກເກັດສີຂາວ ເສື້ອໃນລາຍກ່ານນັ້ນກໍ່ຄືຂ້າພະເຈົ້າເອງ ນ່ອຍນ້ອຍ. ຍິງທີ່ນັ່ງເອົາແຂນກ່າຍໂຕະໃນເສື້ອແຈັກແກັດສີຟ້າອ່ອນ ແມ່ນມາຈາກບ້ານໃກ້ເຮືອນຄຽງອາເມລິກາ ແມ່ນຊາວແມັກຊິກັນ ເຊິ່ງເວົ້າພາສາ ສະເປນນິສ ເຊິ່ງເພິ່ນມີນາມວ່າ ຍ່ານາງ ອີວອນ ເຮົາເອງກໍ່ເລີ່ມຮຽນພາສາສະເປນເລັກນ້ອຍຈາກພວກເຂົາ ແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ ຍິງເສື້ອແດງຂ້າງຫຼັງສຸດທີ່ມີຜົມສີທອງນັ້ນແມ່ນ ຊາວອີຣານ ຊຶ່ງເຂົ້າມາສືບການເຄື່ອນໄຫວຂອງເມກາ ຮາຮາໆໆໆ ເວົ້າຫລີ້ນ ລາວເປັນຄົນທີ່ໃຈດີຫລາຍ ລາວເອົາແອັບເປີ້ນມາໃຫ້ໜູ່ໃນຫ້ອງກິນທຸກມື້ບໍ່ມີຂາດ ບ້ານຂອງເພິ່ນມີຕົ້ນໝາກແອັບເປີ້ນຫັ້ນນາ ເພິ່ນມີຊື່ວ່າ ຍ່ານາງ ໂຫມາ. ຍິງທີ່ຍີ້ມໃສ່ກ້ອງໃນຊູດສີດຳຖັດມາ ຫລື ຢືນຢູ່ທາງກາງໝູ່ ປົກຄໍເສື້ອສີຂາວນັ້ນແມ່ນເອື້ອຍນ້ອງຫວຽດນາມເພື່ອນບ້ານເຮົາເອງ ມີຊື່ວ່າ ນາງ ມີ່ນ ເພິ່ນຄົນນີ້ແຫລະທີ່ທັກທ້ວງຂ້ອຍໃນມື້ເລີ່ມຮຽນມື້ແລກວ່າ ຂ້ອຍເປັນເອື້ອຍນ້ອງຫວຽດນາມຄືເພິ່ນ ແລະຂ້ອຍກໍ່ແນະນຳຕົວວ່າມາແຕ່ ປະເທດລາວ ເພິ່ນກໍ່ເວົ້າວ່າ ເພິ່ນບໍ່ຄິດວ່າຂ້ອຍເປັນຄົນລາວເລີຍ ວ່າຂ້ອຍເປັນຄົນຫວຽດ ເພິ່ນຄົນນີ້ກໍ່ຫາກໍ່ມາຢູ່ນີ້ໄດ້ 6 ເດືອນມີລູກຊາຍ 1 [...]

Continue reading »

ວຽກໆໆໆ ເງິນໆໆ ຮາາາາ ຢາກໄດ້

ບໍ່ໄດ້ເຂົ້າມາຂຽນໄດອາຣີ່ຕັ້ງຫລາຍມື້ ເພາະວ່າຫຍຸ້ງໆແດ່ຊັ້ນດອກ ຂ້ອຍສະໝັກວຽກຢູ່ອອນລາຍ ແລ້ວເຂົາເຈົ້າກໍ່ເລີຍຮ້ອງ ເຂົ້າໄປສຳພາດ ເທື່ອທຳອິດທີ່ໄປ ເຂົາກໍ່ໃຫ້ຂ້ອຍກອກແບບຟອມ ແລ້ວລະກໍ່ໃຫ້ເສັງກ່ຽວກັບຕົວເລກ ຄື ເຂົາຢາກວັດສາຍ ຕາ ຄວາມໄວ ແລະ ຄວາມແມ້ນຢຳຂອງເຮົາ 10 ຂໍ້ຕໍ່ 1 ນາທີ ເຮັດທັງໝົດ 30 ຂໍ້ ເມື່ອເຮັດແລ້ວເຂົາກໍ່ໃຫ້ກັບບ້ານໄດ້ ແຕ່ເຂົາກໍ່ສົ່ງຂໍ້ສອບມາໃຫ້ເຮັດອີກຜ່ານອີເມວລວມທັງໝົດ 3 ຫົວຂໍ້ໃຫ່ຍ ມັນກໍ່ຄືກັນກັບບົດສອບທີ່ທຳອິດນັ້ນແຫລະ ມີທັງໝົດ150 ຂໍ້ ຂ້ອຍເຮັດເວລາໄດ້ 15 ນາທີ ແລ້ວເຂົາກໍ່ນັດໃຫ້ໄປສຳພາດມື້ຕໍ່ມາອີກ ຮອດມື້ຂ້ອຍກໍ່ໄປອີກ ແຕ່ທາງບໍລິສັດມີກົດ ລະບຽບໃນການນຸ່ງຖື ພຽງແຕ່ມື້ທີ່ສອງຂອງການສຳພາດ ຂ້ອຍກໍ່ສ້າງຄວາມບໍ່ປະທັບໃຈ ໃຫ້ແກ່ນາຍຈ້າງແລ້ວ ໂດຍການນຸ່ງ ເຄື່ອງບໍ່ຖືກລະບຽບທີ່ໄດ້ວາງອອກ ກໍ່ໂດນເລີຍເພາະວ່າ ເຂົາໃຫ້ຖອດເສື້ອແຈັກເກັດອອກ ໃຫ້ໃສ່ແຕ່ເສື້ອເຊີດສີດຳ ຫຼື ສີເທົາ ຂ້ອຍພັດໄປໃສ່ເສື້ອແຂນກີ້ນ ເວນລະຂ້ອຍ ຖືກຮ້ອງເຂົ້າໄປຫ້ອງສອງຕໍ່ສອງອີກ ເຂົາກໍ່ເວົ້າໃຫ້ຂ້ອຍວ່າຂ້ອຍໃສ່ອັນນີ້ ກໍ່ບໍ່ຖືກອັນນັ້ນກໍ່ບໍ່ຖືກ ເຂົາໃຫ້ໂອກາດໃຫ້ຂ້ອຍມາສຳພາດອີກໃນຕອນແລງຂອງວັນນັ້ນ ທີ່ເຂົາໃຫ້ກໍ່ຍ້ອນວ່າ ຂ້ອຍເຮັດ ຂໍ້ສອບໄດ້ດີ ໄດ້ໄປອີກຕອນແລງ [...]

Continue reading »

Follow

Get every new post delivered to your Inbox.