
ຫຼາຍຄົນຫຼາຍແນວຄິດ ມັກໂນ້ນນີ້ນັ້ນອັນນັ້ນກະແລ້ວແຕ່ເນາະ ສຳຫລັບຂ້ອຍເອງກໍ່ຍັງບໍ່ຄົ້ນພົບເທື່ອວ່າ ທີ່ແທ້ຈິງນັ້ນຕົນຢາກເປັນຫຍັງ ແຕ່ພໍ່ແມ່ຂ້ອຍໄດ້ມອບຂອງຂັວນອັນລ້ຳຄ່າໃຫ້ຂ້ອຍກໍ່ຄືການເປັນແມ່ຄ້າຂະໜົມ ປາທ່ອງໂກ ນັ້ນເອງ ຂ້ອຍເຫັນພໍ່ແມ່ຂ້ອຍຂາຍ ປາທ່ອງໂກ ມາຕັ້ງແຕ່ອາຍຸເຍົາໄວ ຕອນຂ້ອຍອາຍຸ 3 ປີ ຂ້ອຍຍັງນັ່ງຢູ່ເທິງໂຕະແປ້ງຂະໜົມປາທ່ອງໂກ ພໍ່ແມ່ຂ້ອຍບໍ່ເຄີຍປະລະໜ້າທີ່ແມ່ຄ້າປະທ່ອງໂກ ເຖິງວ່າເພິ່ນຈະມາຢູ່ ອາເມລິກາ ແລະກໍ່ມີອາຊີບເຮັດແລ້ວກໍ່ຕາມ ເພິ່ນກໍ່ຍັງເຮັດ ປາທ່ອງໂກ ຄືເກົ່າ ແລະຂ້ອຍເອງກໍ່ພູມໃຈທີ່ໄດ້ຢູ່ ໄດ້ຂາຍ ປາທ່ອງໂກ ມື້ນີ້ຂ້ອຍໄດ້ມາຂາຍ ປາທ່ອງໂກດ້ວຍຕົວເອງທີ່ງານບຸນວັດ (ວັດຟາມມິງຕັນ ທີ່ ອາເມລິກາ) ທີ່ແລກຂ້ອຍກະຄິດໆຢູ່ໃນໃຈວ່າ ຕາຍລະໆໆໆ ຕອນກູຢູ່ລາວຫັ້ນນະກູເຮັດວຽກນຳໂຄງການ ບັດມາເມກາພັດມາຈືນຂະໜົມຂາຍ ແຕ່ມັນກະເປັນແຄ່ອາລົມນ້ອຍໆໆຊື່ໆດອກ ທີ່ຈິງແລ້ວ ຂ້ອຍດີໃຈທີ່ໄດ້ເຮັດເຫັນລູກຄ້າຕິດໃຈກັບປາທ່ອງໂກ ສູດພິເສດຂອງຄອບຄົວຂ້ອຍ ສົມມຸດວ່າ ລູກຄ້າໄດ້ກິນ ປາທ່ອງໂກຂອງຫລາຍເຈົ້າ ລູກຄ້າກໍ່ຈະສາມາດບອກໄດ້ໂລດວ່າ ຊິ້ນໃດແມ່ນປາທ່ອງໂກຂອງຂ້ອຍ ຍ້ອນວ່າມັນມີລົດຊາດທີ່ເປັນເອກະລັກບໍ່ຄືໝູ່ ມີບຸນວັດຍາມໃດຄອບຄົວຂ້ອຍກໍ່ໄປຂາຍຂະໜົມຍາມນັ້ນ ໄດ້ຂາຍດີຫລາຍ ລູກຄ້າທີ່ມາຊື້ກໍ່ຈົນວ່າໄດ້ລຽນຄິວເຂົ້າມາຊື້ພຸ້ນແຫລະ ຄິດເບິ່ງເອົາ ຮາຮາຮາ….
ແລ້ວທ່ານເດຮັກອາຊີບຂອງຕົນບໍ່ ພໍໃຈໃນສິ່ງທີ່ຕົນມີບໍ່?
ທ່ານຄົ້ນພົບຕົວຕົນທີ່ແທ້ຈິງຂອງທ່ານແລ້ວ ຫຼື ຍັງ?
Posted by november on September 29, 2009 at 1:02 AM
ກູກະຍັງຄົ້ນພົບອາຊີບຫນ້າທີ່,ທີ່ກູມັກຍັງບ່ໍເຈິຄືກັນ -.-໑
ແຕ່ກູກະພູມໃຈກັບອາຊີບເດັກສົ່ງເຄື່ອງຂອງແມ່ຂັ້ນເທບກູຕະຫລອດ.
ເຖິງວ່າມັນຊິເປັນວຽກຫນັກແຕ່ກູກະໄດ້ແງ່ຄິດ,ແນວທາງເລື່ອງທີ່ຄວນ/ບໍ່ຄວນເວົ້າກັບລູກຄ້າ,ເພາະລູກຄ້າຄືພະເຈົ້າ,ເດັກສົ່ງຄື່ອງຄືນະຣົກ.ພະເຈົ້າສັ່ງຍັງກໍໄດ້ແລ້ວນະຣົກຕອ້ງໄດ້ເອົາຂອງໄປຖະຫວາຍ5555.
ດຽວນີ້ກູໄດ້ວຽກໃຫມ່ແລ້ວ.ນະເວລານີ້ກຄິດຣອດແມ່ກູເດະ 5555.
ອາຊີບທີ່ພໍ່ກັບແມ່ມຶງເຮັດເປັນງານອະດິເຣດຫັນມັນເປັນສິ່ງທີ່ເຂົາເຈົ້າມີຄວາມສຸກ,ເຮັດໃຫ້ຍັງຄົງຄວາມຮູ້ສຶກສະໄຫມຢູ່ລາວໄວ້.
ດັ່ງນັ້ນມັນກໍ່ບໍ່ໄດ້ເປັນອາຊີບທີ່ຫນ້າອາຍອິສັງ.ແຖມຂາຍຢູ່ຮອດເມກາ,ຄົນເຂົາກໍ່ຖືວ່າເປັນຂະຫນົມທີ່ຫາກິນຍາກຫັນຕິ
ດີລະແລະ,ນ້ອຍ.
ປ.ລ ຈັບກ້ວຍ ….. ປາທ້ອງໂກ່ ແມ່ນພາສາໄທ -..-
Posted by angeldragon on September 29, 2009 at 3:02 PM
ມຶງໄດ້ວຽກລະຫວາ ໄດ້ເຮັດຢູ່ໃສ ໄດ້ເຮັດໂຕອອກແບບຫັ້ນຫວາ ເລີ່ມວຽກຕັ້ງແຕ່ມື້ໃດ ບໍ່ເຫັນບອກກູແດ່
ເອີ້ຢູ່ນີ້ ເຂົາຂຽນໃສ່ pathongko ເດີ້ ອັບເດດຂ່າວສູ່ກູຟັງແດ່
Posted by ພະນົມສິນ on September 29, 2009 at 10:45 PM
ຫນ້າສົນໃຈຫລາຍ
ກ່ອນອື່ນກາຂໍຊົມເຊີຍ ທີ່ສາມາດມາຮຽນໂທທີ່ອາເມກາ ຫລາຍຄົນບໍ່ໂຊກດີແບບນີ້
ແຖມຍັງ ນຳເອົາວັດທະນະທຳລາວ ນັ້ນຄືອາຫານບ້ານເຮົາ ມາເຜີຍແພ່ໃນດິນແດນບ້ານເພິ່ນອີກ ອັນນີ້ກໍ່ຫນ້າຊົມເຊີຍ
ບ້ານຂ້ອຍເຂົາເອີ້ນຈັບກ້ວຍ ຄືກັນ
ຂໍໃຫ້ຂາຍດິບຂາຍດີເດີ້
Posted by phutthavongs on October 6, 2009 at 4:27 AM
ຍ່າອາຍທຳກີນ, ຢ່າລໍຖ້າວາດສະໜາ