ຂ້ອຍກໍ່ຫາກໍ່ມາຢູ່ເມການີ້ໄດ້ບໍ່ດົນປານໃດດອກ ແຕ່ຂ້ອຍສັງເກດເຫັນວ່າ ຄົນລາວທີ່ຢູ່ເມກາສ່ວນໃຫຍ່ ນັບ ຕັ້ງແຕ່ເດັກນ້ອຍຈົນເຖິງຜູ້ໃຫຍ່ ຈະໃຊ້ຄຳແທນນາມແທນຕົວເອງວ່າ “ຂະນ້ອຍ“ ໃຊ້ເວົ້າກັບຄົນທີ່ມີອາຍຸໃຫຍ່ກ່ວາ, ຟັງແລ້ວເປັນຄຳເວົ້າ ທີ່ສຸພາບແລະນອບນ້ອມຫລາຍ ແຕ່ຢູ່ປະເທດລາວຄຳເວົ້າເຫຼົ່ານີ້ເລີ່ມເລື່ອນຫາຍໄປຕາມຣຸ້ນ ຕາມຍຸກສະໄຫມ ກໍ່ມີຄົນບາງຈຳນວນທີ່ຍັງໃຊ້ຄຳສັບເຫຼົ່ານີ້ ແຕ່ສ່ວນຫຼາຍມັກຈະເປັນຜູ້ໃຫຍ່ທີ່ເກີດທັນຍຸກສະໄຫມນັ້ນ ມາເຖິງປັດຈຸບັນນີ້ ກໍ່ບໍ່ຄ່ອຍເຫັນໄວໝຸ່ມນິຍົມໃຊ້ຄຳສັບສຸພາບເຫຼົ່ານີ້ ສ່ວນໃຫຍ່ເຂົາຈະໃຊ້ຄຳແທນນາມແທນຕົວເຂົາເອງວ່າ ຂ້ອຍ, ເຮົາ ຫຼື ອາດຈະແທນຊື່ເຂົາເອງ ດັ່ງນັ້ນ ທ່ານລອງປະເມີນເບິ່ງວ່າ ຄົນລາວທີ່ຢູ່ຕ່າງດ້າວ ກັບ ຄົນລາວທີ່ຢູ່ໃນປະເທດເອງ ວ່າ ຄົນຈຳພວກໃດ ຈະຮັກສາວັດທະນະທຳດ້ານການເວົ້າຈາໄດ້ດີ ແລະ ຄົງດົນກວ່າກັນ?
Archive for September, 2009
28 Sep
ຮັກອາຊີບຂອງຕົວເອງຫຼືບໍ່?
ຫຼາຍຄົນຫຼາຍແນວຄິດ ມັກໂນ້ນນີ້ນັ້ນອັນນັ້ນກະແລ້ວແຕ່ເນາະ ສຳຫລັບຂ້ອຍເອງກໍ່ຍັງບໍ່ຄົ້ນພົບເທື່ອວ່າ ທີ່ແທ້ຈິງນັ້ນຕົນຢາກເປັນຫຍັງ ແຕ່ພໍ່ແມ່ຂ້ອຍໄດ້ມອບຂອງຂັວນອັນລ້ຳຄ່າໃຫ້ຂ້ອຍກໍ່ຄືການເປັນແມ່ຄ້າຂະໜົມ ປາທ່ອງໂກ ນັ້ນເອງ ຂ້ອຍເຫັນພໍ່ແມ່ຂ້ອຍຂາຍ ປາທ່ອງໂກ ມາຕັ້ງແຕ່ອາຍຸເຍົາໄວ ຕອນຂ້ອຍອາຍຸ 3 ປີ ຂ້ອຍຍັງນັ່ງຢູ່ເທິງໂຕະແປ້ງຂະໜົມປາທ່ອງໂກ ພໍ່ແມ່ຂ້ອຍບໍ່ເຄີຍປະລະໜ້າທີ່ແມ່ຄ້າປະທ່ອງໂກ ເຖິງວ່າເພິ່ນຈະມາຢູ່ ອາເມລິກາ ແລະກໍ່ມີອາຊີບເຮັດແລ້ວກໍ່ຕາມ ເພິ່ນກໍ່ຍັງເຮັດ ປາທ່ອງໂກ ຄືເກົ່າ ແລະຂ້ອຍເອງກໍ່ພູມໃຈທີ່ໄດ້ຢູ່ ໄດ້ຂາຍ ປາທ່ອງໂກ ມື້ນີ້ຂ້ອຍໄດ້ມາຂາຍ ປາທ່ອງໂກດ້ວຍຕົວເອງທີ່ງານບຸນວັດ (ວັດຟາມມິງຕັນ ທີ່ ອາເມລິກາ) ທີ່ແລກຂ້ອຍກະຄິດໆຢູ່ໃນໃຈວ່າ ຕາຍລະໆໆໆ ຕອນກູຢູ່ລາວຫັ້ນນະກູເຮັດວຽກນຳໂຄງການ ບັດມາເມກາພັດມາຈືນຂະໜົມຂາຍ ແຕ່ມັນກະເປັນແຄ່ອາລົມນ້ອຍໆໆຊື່ໆດອກ ທີ່ຈິງແລ້ວ ຂ້ອຍດີໃຈທີ່ໄດ້ເຮັດເຫັນລູກຄ້າຕິດໃຈກັບປາທ່ອງໂກ ສູດພິເສດຂອງຄອບຄົວຂ້ອຍ ສົມມຸດວ່າ ລູກຄ້າໄດ້ກິນ ປາທ່ອງໂກຂອງຫລາຍເຈົ້າ ລູກຄ້າກໍ່ຈະສາມາດບອກໄດ້ໂລດວ່າ ຊິ້ນໃດແມ່ນປາທ່ອງໂກຂອງຂ້ອຍ ຍ້ອນວ່າມັນມີລົດຊາດທີ່ເປັນເອກະລັກບໍ່ຄືໝູ່ ມີບຸນວັດຍາມໃດຄອບຄົວຂ້ອຍກໍ່ໄປຂາຍຂະໜົມຍາມນັ້ນ ໄດ້ຂາຍດີຫລາຍ ລູກຄ້າທີ່ມາຊື້ກໍ່ຈົນວ່າໄດ້ລຽນຄິວເຂົ້າມາຊື້ພຸ້ນແຫລະ ຄິດເບິ່ງເອົາ ຮາຮາຮາ…. ແລ້ວທ່ານເດຮັກອາຊີບຂອງຕົນບໍ່ ພໍໃຈໃນສິ່ງທີ່ຕົນມີບໍ່? ທ່ານຄົ້ນພົບຕົວຕົນທີ່ແທ້ຈິງຂອງທ່ານແລ້ວ ຫຼື ຍັງ?
23 Sep
Best Global Brands 2008
25 ອັນດັບຍີ່ຫໍ້ທີ່ນິຍົມທີ່ສຸດໃນໂລກ ໃນປີ 2008 ຈະຈັດການກັບເສດຖະກິດທີ່ຖົດຖອຍຢ່າງໃດ? What to do in recession? Trim the marketing budget ແປວ່າປັບປຸງ ຫຼື ດັດແກ້ງົບປະມານການຕະຫຼາດນັ້ນເອງ. Push ahead and continue to invest in brand building in the hopes of gaining on rivals. ເດີນໜ້າຕໍ່ແລະດຳເນີນການລົງທຶນໂດຍການສ້າງກາຍີ່ຫໍ້ພາຍໃຕ້ຄວາມຫວັງທີ່ວ່າຈະບັນລຸແລະເອົາຊະນະຄູ່ແຂ່ງໄດ້. 2008 Rank 2007 Rank Brand 2008 Brand Value ($ Millions) 2007 Brand Value ($ Millions) Percent Change (in %) Country of Ownership [...]
23 Sep
ຄອນເສີດນະ ເມກາເປັນແນວນີ້ເນາະ
ຫຼາຍໆຄົນອາດຈະຄາດວ່າ ຄອນເສີດທີ່ຈັດຢູ່ຕ່າງປະເທດຈະຫຼູຫຼາ ຟູ້ຝ້າ ຍິ່ງຈັດທີ່ ເມກາແລ້ວ ຍິ່ງຄິດວ່າມັນຈະອະລັງການ. ແຕ່ຂ້າພະເຈົ້າກໍ່ໄດ້ມາລີ້ມລົດແລ້ວ ຂ້ອຍຍ່າງເຂົ້າໄປຮ້ານອາຫານແຫ່ງໜຶ່ງຊຶ່ງເປັນຮ້ານອາຫານຈີນທີ່ຈັດຄອນເສີດນີ້ຂຶ້ນມາ ຊຶ່ງເປັນນັກຮ້ອງໄທ ທ້າວ ເຈ ເຈຕະຣິນ ເຂົ້າຮອດງານກໍ່ 8:30 pm ແລ້ວ ກໍ່ເຂົ້າໄປເລືອກນັ່ງຢູ່ໃກ້ເວທີ ບັນຍາກາດກໍ່ເໝືອນກັບເຮົານັ່ງກິນເຂົ້າຢູ່ຮ້ານອາຫານສາຍນ້ຳງື່ມລາວນີ້ລະ ມີສຽງຮ້ອງເພງລາວ ໄທ ລຸກທຸ່ງປະສົມປະສານໄປ ນັ່ງກິນເຫຼົ້າໝາກໄມ້ໄດ້ໜ້ອຍໜຶ່ງກໍ່ມີເພງ ຈີ່ຫອຍ ຈີ່ຫຍັງຂຶ້ນ ຈາກນັ້ນບັນຍາກາດຮ້ານອາຫານແທນທີ່ຈະເປັນຄອນເສີດກໍ່ປ່ຽນເປັນບຸນວັດທັນທີ ໜ້າສົນໃຈບໍ່ພີ່ນ້ອງງານຄອນເສີດໄທນະເມກາຍັງຄົງຮັກສາວັດທະນະທຳປະເພນີ ງານບຸນວັດໄວ້ ຮາຮາໆໆໆ ຕົກລົງມັນແມ່ນຄອນເສີດບໍ່ນິ 666+ ເຖິງ 10:30 ນັກຮ້ອງຕົວຈິງຈຶ່ງປະກົດຕົວ.
23 Sep
ອັນໃດຄືຮັກແທ້?
ຄົນສອງຄົນ ຖ້າຮັກກັນກໍ່ຕ້ອງມີຄວາມຊື່ສັດ ເຊື່ອໃຈເຊິ່ງກັນແລະກັນແມ່ນບໍ່ ພີ່ນ້ອງເຫັນດີບໍ່? ການທີ່ຈະເອີ່ຍຄຳວ່າ ຮັກໃຫ້ມີຄວາມໝາຍກໍ່ບໍ່ຄວນເຮັດໃຫ້ມັນສົມກັບວ່າຮັກ ບໍ່ແມ່ນມີແຕ່ຄຳເວົ້າ ແຕ່ການກະທຳຊ້ຳພັດແຕກຕ່າງ. ຮັກແທ້ຄືຫຍັງ ມີຢູ່ຈິງບໍ່? ສຳຫຼັບຕົວຂອງຂ້ອຍແລ້ວກໍ່ບໍ່ເຄີຍຜ່ານຮັກມາຫຼາຍຄັ້ງເທົ່າໃດ ຕັ້ງແຕ່ໃຫຍ່ມາຈົນອາຍຸໄດ້ 23 ປີນີ້ ກໍ່ເຄີຍມີຮັກຢູ່ສອງຄັ້ງ ຄັ້ງແລກຕອນທີ່ຂ້ອຍໄດ້ໃຫ້ຮັກເຂົາເຈົ້າໄປກັບເທໄປໃຫ້ໝົດໃຈ ຂ້ອຍບໍ່ເຄີຍລືມຄວາມຊົງຈຳຕ່າງໆທີ່ເຄີຍມີນຳກັນ ມັນກໍ່ເປັນເວລາຫຼາຍປີທີ່ເຮົາສອງຄົນໄດ້ຄົບກັນ ເຖິງວ່າໄລຍະທາງມັນຈະເປັນອຸປະສັກອັນໃຫຍ່ຫລວງກໍ່ຕາມ ແຕ່ຂ້ອຍກໍ່ມີຄວາມເຊື່ອ ແລະຄວາມມຸ່ງໝັ້ນໃນຕົວເຂົາມາຕະຫລອດ ບໍ່ມີວັນປ່ຽນ ແຕ່ດ້ວຍເຫດໃດຈຶ່ງເກີດມີມືທີ່ສາມເຮັດໃຫ້ຮັກຂອງເຮົາຕ້ອງລ້າງລາ ໃນເວລານັ້ນ ຂ້ອຍເຈັບປວດຫລາຍ ມີຫລາຍຄົນກໍ່ຜ່ານເຂົ້າມາແຕ່ກໍ່ບໍ່ໃຜສາມາດເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນມາໄດ້ ຈົນມາວັນໜື່ງຂ້ອຍໄດ້ເຈີະ ກັບຜູ້ຊາຍອີກຄົນເຊິ່ງຊາຍຄົນນັ້ນມີລັກສະນະນິໄສໃຈຄໍຄ້າຍຄືກັບຄົນຮັກເກົ່າ ໃນຕອນທີ່ຢູ່ນຳລາວຂ້ອຍກັບມາມີຄວາມຮູ້ສຶກອີກຄັ້ງ ຂ້ອຍຈຶ່ງຕັດສິນໃຈຄົບກັບຊາຍຄົນນີ້ໃນຕໍ່ມາ ໃນແລກໆຂ້ອຍກໍ່ບໍ່ໄດ້ຄິດຫຍັງຫລາຍກັບລາວ ແຕ່ໃນລະຫວ່າງທີ່ຂ້ອຍໄດ້ຫ່າງໄກຈາກລາວ ຂ້ອຍຈຶ່ງຮູ້ວ່າ ລາວສຳຄັນກັບຂ້ອຍຫລາຍ ລາວຢູ່ຄຽງຂ້າງຂ້ອຍຢູ່ປະມານ 2 ເດືອນ ແລ້ວລາວກໍ່ປ່ຽນແປງ ຂ້ອຍກັບມາເຈັບແບບເກົ່າອີກແລ້ວ ທີ່ແລກຂ້ອຍກໍ່ຄິດວ່າ ຄົນທີ່ສອງຈະບໍ່ເຮັດໃຫ້ຂ້ອຍຊ້ຳໃຈ ແຕ່ມັນໃຊ້ເວລາພຽງບໍ່ດົນສຳຫລັບຮັກຄັ້ງນີ້ ຂ້ອຍກໍ່ເລີຍບໍ່ຢາກເຊື່ອວ່າມັນຈະມີຮັກແທ້ຫຼົງເຫຼືອຢູ່ໃນໂລກນີ້ ນອກຈາກການຫລອກລວງ.
:(
23 Sep
ລະດູໃບໄມ້ຫຼົ່ນ
Autumn in My heart (Fall) ມື້ນີ້ກໍ່ເຂົ້າລະດູໃບໄມ້ຫຼົ່ນແລ້ວກົງກັບວັນທີ 22 ກັນຍາ 2009. ນອນກຳລັງແຊບໆອ້າຍຂອງຂ້ອຍກໍ່ມາປຸກໃຫ້ໄປນອນເບິ່ງຫຼານສອງຄົນ ຂ້ອຍກໍ່ໄປນອນກັບພວກເຂົາ ພໍຮູ້ເມື່ອຂຶ້ນມາອີກເທື່ອໜຶ່ງກໍ່ໃກ້ເວລາເຂົ້າຮຽນແລ້ວ ຂ້ອຍກໍ່ຟ້າວລຸກຂຶ້ນໄປລ້າງໝ້າ ລ້າງຕາ ແຕ່ບໍ່ໄດ້ອາບນ້ຳ ເພາະມັນບໍ່ທັນແລ້ວ ກໍ່ຂ້ຽວໄປແຕ່ງຕົວນຸ່ງເຄື່ອງ ຫອບກະເປົາແລ່ນອອກຈາກບ້ານ ທັນທີທັນໃດຂ້ອຍກໍ່ຮູ້ສຶກວ່າໄດ້ສຳພັດກັບອາກາດຂອງລະດູການໃໝ່ຢ່າງແທ້ຈິງ ມັນມີກິ່ນອາຍຂອງຄວາມທີ່ເປັນອາກາດທີ່ບໍລິສຸດ ແລະ ກໍ່ມີໃບໄມ້ທີ່ໂປຍປິວໄປທົ່ວທຸກຫົນແຫ່ງ ເໝືອນກັບວ່າກຳລັງລໍຄອຍຖ້າພະເອກມາຫາ ຄືກັບໝັງເກົາຫຼີ ຄິດແລ້ວກໍ່ຍັງຢາກຫົວຂັວນໂຕເອງ ຮິຮິຮິ! ການແຕ່ງຕົວມື້ນີ້ຊ່າງເຂົ້າກັບບັນຍາກາດຂອງລະດູໃບໄມ້ຫຼົ່ນຫຼາຍ ໃສ່ເສື້ອສາຍດ່ຽວສີຂາວ ຄູ່ໄປກັບເສື້ອຄຸມສີບົວອ່ອນສົດໃສ ກັບກະໂປ່ງອິນເດຍບານສະພັດຍາວລາກດິນ ໃສ່ເກີບສີດຳສົ້ນສູງ ຈິດໃຈໃນເຊົ້ານີ້ແຈ່ມໃສດີ ແຕ່ພໍຫຼັງຈາກເລີກຮຽນ ກັບມາບ້ານກໍ່ໄດ້ຍິນສຽງໂທລະສັບດັງກິ່ງໆໆໆໆ ຢູ່ຫຼາຍຄັ້ງ ກໍ່ເລີຍມາຮັບສາຍ ປາກົດວ່າເປັນສາຍມາຈາກທາງໄກ ລົມກັນໄປຊົ່ວໄລຍະໜຶ່ງກໍ່ເກີດຄວາມຕຶງຄຽດຂື້ນລະຫວ່າງຄູ່ສົນທະນາ ມັນເຮັດໃຫ້ຂ້ອຍຮູ້ສຶກເສົ້າໃຈ ສູນເສຍ ປວດລ້າວ ຂ້ອຍກໍ່ເລີຍບອກຊາຍໃນສາຍຄົນນັ້ນ ວ່າຢ່າໄດ້ຕິດຕໍ່ພົວພັນນຳຂ້ອຍອີກ ຂ້ອຍບໍ່ຮູ້ ແລະ ບໍ່ແນ່ໃຈວ່າສິ່ງທີ່ຂ້ອຍໄດ້ເວົ້າອອກໄປນັ້ນມັນຈະເຮັດໃຫ້ຂ້ອຍດີຂຶ້ນບໍ່ ຫຼື ຈະມີວິທີໃດທີ່ດີກວ່ານີ້ບໍ່ ທີ່ຈະເຮັດໃຫ້ຂ້ອຍສາມາດລົມນຳຊາຍຄົນນີ້ໄດ້ໂດຍບໍ່ຕ້ອງເຈັບປວດ?
23 Sep
ທ່ານຮູ້ບໍ່ວ່າ ອິນເຕີເນັດທີ່ເກີດຂື້ນໄດ້ຈັກປີແລ້ວ?
ຫຼາຍທ່ານອາດຈະບໍ່ຮູ້ວ່າ ອິນເຕີເນັດທີ່ເຮົາໃຊ້ກັນນີ້ ກຳເນີດຂື້ນຕັ້ງແຕ່ຕອນໃດ? ອິນເຕີເນັດໄດ້ກຳເນີດຂື້ນມາເປັນເວລາ 40 ປີແລ້ວ, ແລະ ກໍ່ມີພຽງ ແຕ່ຄົນບໍ່ຈັກຄົນທີ່ເຫັນການກຳເນີດຂອງອິນເຕີເນັດ, ມັນໄດ້ອອກສູ່ສາຍຕາຂອງສາທາລະນະຊົນໃນເວລາຕໍ່ມາ ແລະ ໃນທຸກໆມື້ນີ້ເຮົາກໍ່ໃຊ້ອິນເຕີເນັດໃນບ່ອນເຮັດວຽກ ແລະ ໃຊ້ເປັນຊີວິດປະຈຳວັນ. ອິນເຕີເນີດກຳເນີດເກີດຂື້ນໃນວັນທີ 2 ກັນຍາ 1969, ມີປະມານ 20 ຄົນໃນຫ້ອງແລັບທີ່ມະຫາວິທະຍາໄລຄາລີຟໍລເນຍ ໃນລອສແອລເຈີລິສ. ພວກເຂົາໄດ້ເຫັນຄອມພິວເຕີທີ່ໃຫຍ່ມະຫຶມາ 2 ໝ່ວຍລີ້ງກັນດ້ວຍສາຍເຄເບີ້ລສີເທົາເສັ້ນຍາວ. ຈາກນັ້ນ ພວກເຂົາກໍ່ສັງເກດເຫັນວ່າ ມັນມີການສົ່ງຂໍ້ມຸນໄປມາ ນັ້ນຄືການເລີ້ມຕົ້ນຂອງການກຳເນີດຂອງເນັດເວີກຄອມພິວເຕີ Computer Network ມັນໄດ້ຖືກເອີ້ນວ່າ: ອາພາເນັດ Arpanet ຈາກນັ້ນກໍ່ມີວິທະຍາໄລອື່ນເຂົ້າຮ່ວມໃນເວລາຕໍ່ມາ. ລັດຖະບານໄດ້ໃຫ້ເງິນລົງທຶນ ແລະມັນກໍ່ໄດ້ເລີ້ມຂື້ນຈາກໂຄງການຂອງທະຫານ ແຕ່ບຸກຄົນຜູ້ທີ່ບຸກເບີກໄດ້ເຫັນການບໍ່ຈຳກັດຂອງເນັດເວີກ, ພວກເຂົາເຫັນມັນແມ່ນຫົນທາງທີ່ສາມາດເຮັດໃຫ້ຄົນເຮົາສາມາດແຊ໋ຂໍ້ມູນໄດ້. ມັນໄດ້ເປີດໂລກໃຫ້ກວ້າງເພື່ອໃຫ້ເຮົາໄດ້ເຮັດສິ່ງໃໝ່ໆຕື່ມອີກ. Lone Networks ໄດ້ເລີ້ມມີການຕິດຕໍ່ ນັ້ນກໍ່ມາຈາກອິນເຕີເນັດແລະຕໍ່ມາອີເມວກໍ່ເກີດຂື້ນໃນລະຫວ່າງປີ 1970S . ແຕ່ນັກວິທະຍາສາດຊາວອັງກິດໄດ້ສ້າງການປ່ຽນແປງໃຫຍ່ຂື້ນມາ, ທິມ ເບີລເນີ ລີ Tim Berners-Lee ໄດ້ປະດິດຄິດຄົ້ນ the World Wide Web ຂື້ນມາໃນລະຫວ່າງປີ 1990 ມັນໄດ້ເຮັດໃຫ້ດແຫລ່ງການລີ້ງຂໍ້ມູນທົ່ວໂລກງ່າຍຂື້ນ. Len Kleinrock [...]
17 Sep
ທີ່ມາ Blog ຂອງຂ້ອຍ
ສະບາຍດີໝູ່ເພື່ອນທຸກຄົນ ເຫດຜົນທີ່ຂ້ອຍຢາກມີ Blog ເປັນຂອງຕົນເອງ ກໍ່ເພາະມີໝູ່ຊັກຊວນ ແຕ່ມັນກໍ່ບໍ່ແມ່ນເຫດຜົນດຽວທີ່ເຮັດໃຫ້ຂ້ອຍຢາກຂຽນ Blog ດອກ. ທຸກມື້ນີ້ຂ້ອຍຢູ່ບໍ່ຄ່ອຍເປັນສຸກເທົ່າໃດ ມີແຕ່ເລື່ອງໃຫ້ຄິດຢູ່ຕະຫຼອດເວລາ ຍິ່ງເວລາຢູ່ຄົນດຽວ ຍິ່ເປັນການຈຸດປະກາຍຄວາມເຫງົາ ໂທໄປຫາໝູ່ເພື່ອລະບາຍກໍ່ເຮັດແລ້ວ ມັນກໍ່ເຊົາເຫງົາຢູ່ແຄ່ຊົ່ວຂະນະເທົ່ານັ້ນ ໄປຍ່າງຊອບປີ້ງກໍ່ໄປ ແຕ່ໄປຫຼາຍກໍ່ປາກແຫ້ງ ບໍ່ມີອັນຊິກິນເພາະໝົດເງິນ ເຫັນໝູ່ຂ້ອຍມີເລື່ອງຫຍັງ ຫຼື ໄປໃສກໍ່ຕາມ ເຂົາກໍ່ຂຽນລົງໃນ Blog ຂອງເຂົາ ຂ້ອຍກະເລີຍຄີດວ່າ ຂ້ອຍກໍ່ຄວນເອົາເວລາທີ່ເລື່ອນລອຍໄປລ້າໆໃຫ້ມັນເກີດມີຕົວໝັງສືມັນກໍ່ດີກວ່າ ອີກທັງສາມາດຂຽນສີ່ງທີ່ເຮົາຢາກລະບາຍ ຫຼື ອຸກອັ່ງໃນຊວງອອກມາ ມັນກໍ່ເຮັດໃຫ້ຂ້ອຍຜ່ອນຄາຍໄດ້ເຊັ່ນກັນ. ແຕ່ກ່ອນຂ້ອຍກໍ່ເປັນຄົນທີ່ມັກບັນທຶກສິ່ງທິ່ຂ້ອຍເຮັດ ຫລື ປະສົບມາແລ້ວເຮັດເປັນ ໄດອາລີໄວ້ ແຕ່ດຽວນີ້ເຮົາຢູ່ໃນໂລກຍຸກໃໝ່ແລ້ວກໍ່ບໍ່ຄວນໃຫ້ຫລ້າຫລັງໄປ ຕ້ອງທັນກັບກະແສໂລກ. ທີ່ມາຂອງ angeldragon: ໃນຄວາມຄິດຂອງຂ້ອຍ ມັງກອນກໍ່ເປັນສັດທີ່ມີງົດງາມ ແລະ ໝ້າຢ້ານ ສາມາດພົ່ນໄຟໄດ້ ຖ້າປຽບເໝືອນຄົນ ກໍ່ເປັນຄົນທີ່ແຝງໄປດ້ວຍຄວາມຮ້າຍກາດ ເບິ່ງຜ່ານໆອາດຈະດີ ແລະ ງົດງາມ ແຕ່ ຫາຮູ້ໄດ້ບໍ່ວ່າໃນໃຈເຂົາມີແຕ່ຄວາມຫລອກຫລວງ ເໝືອນໄຟທີ່ຮ້ອນແຮງ ທີ່ຄ່ອຍຈະແຜດເຜົາຢູ່ຕະຫລອດເວລາ ຫາກບໍ່ລະວັງ. ແຕ່ໃນທາງກັບກັນມັງກອນເປັນສັດທີ່ມະນຸດເຮົານັບຖືມາຕັ້ງແຕ່ບັນພະບຸລຸດພຸ້ນ ເປັນເຈົ້າແມ່ນ້ຳທີ່ເຮົາດຳລົງຊີວິດຢູ່ ສະນັ່ນບໍ່ວ່າຈະດີ ຫຼື [...]
ຄວາມເຫັນຂອງຊາວໂລກ