ເລື້ອງກໍ່ມີຢູ່ວ່າ ມີການສອນພາສາອັງກິດໃຫ້ຄົນລາວຢູ່ໂບສທີ່ອາເມການີ້
1. ເລື້ອງຂອງພໍ່ຕູ້ສິນ Can I help you???
- ອາຈານສອນ ຈັດໃຫ້ມີການສົນທະນາເປັນຄູ່
- ລຸງສີນກໍ່ສະແດງເປັນຄົນຂາຍ ແລະ ລຸງສຸກາຍເປັນລູກຄ້າ ເລີ່ມການສົນທະນາ ລຸງສິນກໍ່ເວົ້າຢ່າງໝັ້ນໃຈວ່າ Can I have you? ທີ່ຈິງແລ້ວລຸງຢາກຖາມວ່າ “ໃຫ້ຂ້ອຍຊ່ອຍຫຍັງບໍ່” ລຸງສຸກາຍກໍ່ຕອບວ່າ ຫ້ວຍຢູ່ບໍ່ຊຶ່ຊິມາ Have ຂ້ອຍແນວໃດ? hahahha..
2. ເລຶ່ອງຂອງລຸງສຸກາຍ ( ອັນນານາ ອັນນ່າໆໆ)
- ຊາວຕ່າງຊາດມາລົມນຳລຸງສຸກາຍຫຼັງເລີກໂບດ ເຂົາຖາມເອົາທີ່ຢູ່ຂອງລຸງ ລຸງກໍ່ພະຍາຍາມຊິຕອບເປັນພາສາອັງກິດ ເວົ້າທໍ່ໃດກໍ່ອອກແຕ່ວ່າ ອັນນານາ ອັນນ່າໆ
- ໝົດຫົນທາງເວົ້າບໍ່ໄດ້ ມືລຸງກໍ່ແກວ່ງໄປມາເໝືອນດັ່ງ ການສະແດງໃຫ້ເຫັນວ່າຊິຈົດໃຫ້ໃສ່ເຈ້ຍ ດັ່ງນັ້ນລຸງກໍ່ຈົດທີ່ຢູ່ໃສ່ເຈ້ຍໃຫ້ເຂົາ. “ອັນນານາ ອັນນ່າໆ”
3. ເລື່ອງຂອງປ້າເຫຼືອງ
- ປ້າເພິ່ນເຂົ້າສະໝັກງານ ເຂົາກໍ່ຖາມຫາທີ່ຢູ່ຂອງປ້າ ເລກເຮືອນແມ່ນ 0041 ປ້າກໍ່ຄຶດຕັ້ງດົນເລກສູນນິພາສາອັງກິດມັນວ່າຈັງໄດ໋ ໂອ້ຄິດອອກແລ້ວ ສະໂລ່ ສະໂລ່ ໂພ່ ວັນ ໄອ້ຄົນສຳພາດກໍ່ງົງກັນເປັນໄກ່ຕາແຕກ.
4. ເລື້ອງຂອງຕູ້ມົນ
- ຕູ້ມົນກໍ່ໄດ້ເກືອບ 80 ປີແລ້ວລະ ເພິ່ນເປັນຄົນຄີງນ້ອຍ ສັ້ນ ເວລາຮຽນພາສາອັງກິດກໍ່ບໍ່ເຫັນເພິ່ນເຂົ້າຮຽນຈັກເທື່ອດອກ ເພິ່ນຈະຈອບເອົາ ປະລີບປະລໍ່ ຢູ່ບ່ອງຢ້ຽມຫັ້ນແຫລະ
- ເວລາມີຊາວຕ່າງປະເທດເຂົ້າມາຫາແລະທັກທາຍ ຫຼື ວ່າຈະມາເວົ້າຫຍັງນຳເພິ່ນກໍ່ຕາມ ເພິ່ນຈະຍົກມືໄຫວ້ ແລະກໍ່ເວົ້າວ່າໂດຍ
- ນາງເມກາ Say Hi ໃຫ້ແມ່ຕູ້ມົນ ແມ່ຕູ້ມົນກໍ່ຮັບເອົາຄຳທັກທາຍທັນທີ ໂດຍການຍໍມືໄຫວ້ ແລະກໍ່ເວົ້າວ່າ “ໂດຍ”
- ມາອິກແລ້ວມິການສົນທະນາເກີດຂຶ້ນອີກ ທ້າວຈິມມິ້ ຍ່າງເຂົ້າມາດ້ວຍຄວາມກະຕືລືລົ້ນ ແລະຖາມແມ່ຕູ້ມົນ ວ່າ Where are you going? ທັນໃດ ແມ່ຕູ້ມົນ ກໍ່ຍໍມືໄຫວ້ ແລະກໍ່ເວົ້າວ່າ “ໂດຍ”
- ຫຼັງຈາກນັ້ນມາສະມາຊິກໃນໂບສທີ່ເປັນຊາວຕ່າງຊາດກໍ່ຄິດແລະເຂົ້າໃຈວ່າ ແມ່ຕູ້ມົນມີຊື່ວ່າ ໂດຍ
- ພວກເຂົາຈະ say hi ໃຫ້ມົນວ່າ Hi ໂດຍ ແມ່ຕູ້ມົນກໍ່ນ້ອມຮັບເອົາຄຳທັກທາຍແລະກ່າວວ່າ ໂດຍ
5. ເລຶ້ອງຂອງທ້າວຈ້ອນ
ໃນຊົ່ວໂມງສອນພະຄຳພີ ແລະ ເທດສະໜາຈະຮຽນລວມກັນທັງຕ່າງຊາດແລະຄົນລາວ ອາຈານແມ່ນຄົນລາວ ສ່ວນໃຫຍ່ເພິ່ນກໍ່ຈະເວົ້າເປັນອັງກິດໝົດ ແຕ່ບາງເທື່ອເພິ່ນກໍ່ແປລາວ ເວລາອະທິຖານເພິ່ນຈະເວົ້າເປັນອັງກິດ ແລະ ແປລາວພ້ອມ ອາຈານຈະໃຊ້ຄຳວ່າ ພວກຂະນ້ອຍເປັນປະຈຳ ໃນໂຕະກີນເຂົ້າ ກໍ່ມີບັນດາຄົນລາວນັ່ງເຕັມໂຕະ ທ້າວຈ້ອນກໍ່ຢາກສະແດງຄວາມເຄົາລົບໂດຍການພະຍາຍາມເວົ້າພາສາລາວກັບພວກເຮົາ ທ້າວຈ້ອນຍ່າງເຂົ້າມາທ່າມກາງການດື່ມດຳກັບອາຫານ ແລ້ວກໍ່ເວົ້າຂຶ້ນວ່າ “ພວກຂີ້ໜ້ອຍ” ຫື!!!!!!!! ມັນແມ່ນຜູ້ໃຜມາດ່າວ່າ ຂີ້ໝ້ອຍນິ ຝ່າຍລາວນັ່ງອ້າປາກຄ້າງ ມືນໆວ່າ ເປັນຫຍັງຄືມາເວົ້າໃຫ້ກັນວ່າ ຂີ້ໜ້ອຍແບບ ນິ້ (ຄິດຢູ່ໃນໃຈ ບາງກ້ອນກໍ່ໃຫຍ່ນ່າາາ) ອິອິອິ ທ້າວຈ້ອນກໍ່ເຮັດໜ້າຕາເສີຍ ແລະເພິ່ນກໍ່ຕົກໃຈຢູ່ເລັກນ້ອຍວ່າ ເປັນຫຍັງຝ່າຍລາວຄືອຶ້ງ ທ້າວຈ້ອນຖາມ Did I say something wrong? ຝ່າຍລາວຄິດໃນໃຈ ມຶງດ່າພວກກູແທ້ໆ ແລ້ວຍັງຊິມາຖາມອີກຢູ່່ວ່າເວົ້າຫຍັງຜິດ!!!!!



















ຫຼາຍໆຄົນອາດຈະຄາດວ່າ ຄອນເສີດທີ່ຈັດຢູ່ຕ່າງປະເທດຈະຫຼູຫຼາ ຟູ້ຝ້າ ຍິ່ງຈັດທີ່ ເມກາແລ້ວ ຍິ່ງຄິດວ່າມັນຈະອະລັງການ. ແຕ່ຂ້າພະເຈົ້າກໍ່ໄດ້ມາລີ້ມລົດແລ້ວ ຂ້ອຍຍ່າງເຂົ້າໄປຮ້ານອາຫານແຫ່ງໜຶ່ງຊຶ່ງເປັນຮ້ານອາຫານຈີນທີ່ຈັດຄອນເສີດນີ້ຂຶ້ນມາ ຊຶ່ງເປັນນັກຮ້ອງໄທ ທ້າວ ເຈ ເຈຕະຣິນ ເຂົ້າຮອດງານກໍ່ 8:30 pm ແລ້ວ ກໍ່ເຂົ້າໄປເລືອກນັ່ງຢູ່ໃກ້ເວທີ ບັນຍາກາດກໍ່ເໝືອນກັບເຮົານັ່ງກິນເຂົ້າຢູ່ຮ້ານອາຫານສາຍນ້ຳງື່ມລາວນີ້ລະ ມີສຽງຮ້ອງເພງລາວ ໄທ ລຸກທຸ່ງປະສົມປະສານໄປ ນັ່ງກິນເຫຼົ້າໝາກໄມ້ໄດ້ໜ້ອຍໜຶ່ງກໍ່ມີເພງ ຈີ່ຫອຍ ຈີ່ຫຍັງຂຶ້ນ ຈາກນັ້ນບັນຍາກາດຮ້ານອາຫານແທນທີ່ຈະເປັນຄອນເສີດກໍ່ປ່ຽນເປັນບຸນວັດທັນທີ ໜ້າສົນໃຈບໍ່ພີ່ນ້ອງງານຄອນເສີດໄທນະເມກາຍັງຄົງຮັກສາວັດທະນະທຳປະເພນີ ງານບຸນວັດໄວ້ ຮາຮາໆໆໆ ຕົກລົງມັນແມ່ນຄອນເສີດບໍ່ນິ 666+ ເຖິງ 10:30 ນັກຮ້ອງຕົວຈິງຈຶ່ງປະກົດຕົວ.
ຄົນສອງຄົນ ຖ້າຮັກກັນກໍ່ຕ້ອງມີຄວາມຊື່ສັດ ເຊື່ອໃຈເຊິ່ງກັນແລະກັນແມ່ນບໍ່ ພີ່ນ້ອງເຫັນດີບໍ່?
Autumn in My heart (Fall)
ຄວາມເຫັນຂອງຊາວໂລກ